ລັດ​ຖະ​ບານ​ຈີນ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ກັບ ສ.ອາ​ຟ​ຣິ​ກາ​ກາງ

2021-11-24 17:26:17 |ມາຈາກ: CRI

ຄະ​ນະ​ກຳ​ມະ​ການການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ວັນ​ທີ 19 ພະ​ຈິກ​ນີ້, ທ່ານ ເຊີນ​ຕົ້ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ​ແລະ​ທ່ານ ໄຊວີ ໄບ​ໂປ ເຕມອນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ​ຕ່າງ​ກໍ່​ໄດ້​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານສອງ​ປະ​ເທດ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​​ກ່ຽວ​ກັບ​ການ​ຮ່ວມ​ກັນ​ຊຸກ​ຍູ້​ແລວ​ເສດ​ຖະ​ກິດຕາມ​ເສັ້ນ​ທາງ​ສາຍ​ໄໝ​ແລະ​ການ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ສະ​ຕະ​ວັດ​ທີ 21, ​ປະ​ເທດ​ນີ້​ໄດ້ກາຍ​ເປັນ​ສະ​ມາ​ຊິກ​ໃໝ່​ຂອງຄູ່​ຮ່ວມ​ມືໃນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ມາ​ຮອດ​ປັດ​ຈຸ​ບັນ, ຈີນ​ໄດ້​ເຊັນ​ເອ​ກະ​ສານ​ຮ່ວມ​ມືກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ 141 ປະ​ເທດ​ແລະ 32 ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທັງ​ໝົດ 200 ກວ່າ​ສະ​ບັບ.