ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ຄວນ​ຢຸດ​ຕິ​​ການ​ທ້າ​ທາຍ​ເກາະ​ຜິດ,ລ່ວງ​ລ້ຳ​ແລະ​ຫຼິ້ນ​ກັບ​ໄຟ

2021-11-24 17:28:54 |ມາຈາກ: CRI

​ຕໍ່​ກໍ​ລະ​ນີ​ທີ່​ກຳ​ປັ່ນ​ຮົບ​ຂອງ​ອາ​ເມ​ຣິ​ກາ​ແລ່ນຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ, ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ພະ​ຈິກ​ນີ້​ວ່າ: ອາ​ເມ​ຣິ​ກາ​ຄວນ​ແກ້​ໄຂ​ຄວາມ​ຜິດ​ພາດ​​ຂອງ​ຕົນໃນ​ທັນ​ທີ,ຢຸດ​ຕິ​ການ​ທ້າ​ທາຍ​ເກາະ​ຜິດ,ລ່ວງ​ລ້ຳ​ແລະ​ຫຼິ້ນ​ກັບ​ໄຟ,​ຄວນເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າ​ງ​ສັນ​​ເພື່ອ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ທ່ານ ຈ້າວ​ລີ້​ຈ່ຽນ ກ່າວ​​ວ່າ:ໂຄ​ສົກ​ຂອງ​ເຂດ​ສູ້​ຮົບ​ທາງ​ພາກ​ຕາ​ເວັນ​ອອກ​​ຂອງ​ຈີນໄດ້​ກ່າວ​ເຕືອນ​ກ່ຽວ​ກັບ​ກໍ​ລະ​ນີ​ດັ່ງ​ກ່າວ​​ແລ້ວ.ຈີນ​ໄດ້​ຕິດ​ຕາມ​ແລະ​ເກັບກຳສະ​ພາບ​ການ​ທີ່​ກຳ​ປັ່ນ​ຮົບ​ອາ​ເມ​ຣິ​ກາ​​ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ​ຕະ​ຫຼອດ​ທາງ​ຢ່າງ​ໃກ້​ຊິດ. ຫວ່າງ​ມໍ່ໆ​ມາ​ນີ້, ກຳ​ປັ່ນ​ຮົບ​ອາ​ເມ​ຣິ​ກາ​ໄດ້​ສະ​ແດງ​ແສນ​ຍານ​ພາບ​ທາງ​ການ​ທະ​ຫານ,ເປັນ​ການ​ຍົວະ​ເຍົ້າ​ໃຫ້​ເກີດ​ບັນ​ຫາ​ແລະ​ທ້າ​ທາຍ​ເກາະ​ຜິດ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນຫຼາຍ​ຄັ້ງ​ໃນ​ຂໍ້​ອ້າງ “ເສ​ລີ​ພາບ​ໃນການ​ເດີນ​ເຮືອ​”. ນີ້​ບໍ່​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ເສ​ລີ​ພາບ​ແລະ​ການ​ເປີດ​ປະ​ຕູ​​,ຫາກ​ແມ່ນ​ການ​ກໍ່​ກວນ​ແລະ​ການ​ທຳ​ລາຍ​ທີ່​ມີ​ເຈດ​ຕະ​ນາ​ຮ້າຍ​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ປ​ະ​ຊາ​ຄົມ​ໂລກ​ໃຜໆກໍ່ຮູ້​ຢ່າງ​ຈະ​ແຈ້ງ.