ມາດຕະການປ້ອງກັນພະຍາດໂຄວິດ-19 ສຳລັບຜູ້ໃຊ້ບໍລິການລົດໄຟລາວ-ຈີນ

2021-12-01 18:10:41 |ມາຈາກ: CRI

ອີງຕາມປະກາດແຈ້ງການເປີດບໍລິການຂົນສົ່ງຜູ້ໂດຍສານທາງລົດໄຟລາວ-ຈີນ ທີ່ຈະເປີດໃຫ້ບໍລິການແກ່ມວນຊົນນັບຕັ້ງແຕ່ວັນທີ 4 ທັນວາ 2021 ເປັນຕົ້ນໄປ ແຕ່ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທາງການຈຶ່ງໄດ້ອອກຂໍ້ກຳນົດກົດລະບຽບໃນການຊົມໃຊ້ທາງລົດ-ໄຟດັ່ງຕໍ່ໄປນີ້:

ໜຶ່ງ, ຜູ້ໂດຍສານຕ້ອງປະຕິບັດຕາມລະບຽບມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ລັດຖະບານວາງອອກ ແລະຕ້ອງມີປີ້ລົດໄຟ, ບັດປະຈຳຕົວ, ໃບຢັ້ງຢືນການສັກວັກຊີນຄົບ ເຂັມຕາມເງື່ອນໄຂຈຶ່ງສາມາດຂຶ້ນລົດໄຟໄດ້.

ສອງ, ກ່ອນເຂົ້າສະຖານີຕ້ອງວັດແທກອຸນຫະພູມຖ້າອຸນຫະພູມສູງເກີນ 37.3 ອົງສາແມ່ນຫ້າມເຂົ້າໃນສະຖານີ.

ສາມ, ໃນລະຫວ່າງການເດີນທາງຜູ້ໂດຍສານ ແລະພະນັກງານທາງລົດໄຟຕ້ອງໃສ່ຜ້າປິດປາກ-ດັງ ຕະຫຼອດເວລາ, ຫ້າມຮັບປະທານອາຫານພາຍໃນຕູ້ໂດຍສານ.

ສີ່, ໃນເວລາຜູ້ໂດຍສານຊື້ປີ້ລົດໄຟເຂົ້າ-ອອກຢູ່ສະຖານີ, ບ່ອນກວດປີ້, ຂຶ້ນ-ລົງລົດໄຟແມ່ນໃຫ້ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ.

ຫ້າ, ຜູ້ໂດຍສານເຂົ້າ ແລະອອກຈາກສະຖານີ ຕ້ອງປະຕິບັດຕາມຄຳແນະນຳຂອງພະນັກງານທາງລົດໄຟ ແລະໃຫ້ຍ່າງຕາມແລວທາງທີ່ກຳນົດ ເພື່ອຫຼີກເວັ້ນການຍ່າງສັບກັນ.