ຂະບວນລົດໄຟຂົນສົ່ງສິນຄ້າຂະບວນທຳອິດຂອງເສັ້ນທາງລົດໄຟລາວ-ຈີນອອກເດີນທາງ

2021-12-06 16:29:26 |ມາຈາກ:

ວັນທີ 4 ທັນວານີ້, ຂະບວນລົດໄຟຂົນສົ່ງສິນຄ້າຂະບວນທຳອິດຂອງເສັ້ນທາງລົດໄຟລາວ-ຈີນໄດ້ອອກເດີນທາງຈາກດ່ານລົດໄຟບໍ່ຫານ.ພາຍຫຼັງຂະບວນລົດໄຟໄປຮອດສະຖານີດ່ານກວດກາຄົນເຂົ້າ-ອອກເມືອງທີ່ບໍ່ຫານແຂວງຢຸນນານ, ພະນັກງານຂອງຂະບວນລົດໄຟໄດ້ມອບ "ໃບແຈ້ງ"​ ແລະ​ເອກະສານທີ່ກ່ຽວຂ້ອງໃຫ້ຕຳຫຼວດທີ່ປະຕິບັດໜ້າທີ່,ແລະ​ ຕຳຫຼວດໄດ້ປຽບທຽບເອກະສານແລະບັດປະຈຳຕົວຂອງຜູ້ຍື່ນເອກະສານ, ພາຍຫຼັງຖືກຕ້ອງແລ້ວ, ກໍໄດ້​ກວດກາຂະບວນລົດໄຟໄປໃນເວລາດຽວກັນ,ໃຊ້ເວລາ 30 ນາທີສຳເລັດທຸກຂັ້ນຕອນການແຈ້ງພາສີ.

ອີງຕາມຂໍ້ມູນຂ່າວສານ, ເພື່ອຫຼຸດຜ່ອນຄວາມສ່ຽງຂອງພະຍາດໂຄວິດ-19,ການເດີນທາງລະຫວ່າງບໍ່ຫານກັບບໍ່ເຕັນຂອງຂະບວນລົດໄຟສາກົນຈີນ-ລາວ ໄດ້ນຳໃຊ້ຫຼາຍວິທີການເຊັ່ນ ຂັບລົດແບບແບ່ງເປັນພາກສ່ວນ, ຂັບແທນທາງຫົວຈັກລົດ,ເພື່ອຫຼຸດຜ່ອນຄວາມສ່ຽງຈາກພະຍາດໂຄວິດ-19,ແລະ ຮັບປະກັນຄວາມຖືກຕ້ອງວ່ອງໄວໃນການຜ່ານດ່ານ.