60 ປີ 60 ຄໍາອວຍພອນ

2021-12-06 17:54:35 |ມາຈາກ:

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ:

ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ “4 ດີ” ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ຈົ່ງຫມັ້ນຄົງຂະຫນົງແກ່ນຕະຫຼອດໄປ.

ທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ:

ຊູກຍູ້ການກໍ່ສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ກ້າວເຂົ້າສູ່ລວງເລິກ ແລະ ເປັນຈິງ, ເພື່ອນໍາເອົາຄວາມຜາສຸກຫຼາຍຂຶ້ນມາສູ່ປະຊາຊົນສອງຊາດ.

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ສປປ ລາວ:

ພວກເຮົາຖະນຸຖະໜອມການສະໜັບສະໜຸນອັນລ້ຳຄ່າ ທີ່ເພື່ອນຮ່ວມອາຊີບດ້ານຊົນລະປະທານຂອງຈີນສະໜອງໃຫ້ພວກເຮົາ ແລະ ເວທີການຮ່ວມມືພາກພື້ນແຫ່ງນີ້ຂອງການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ສປປ ລາວ:

ຫວັງວ່າສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ຈະສືບຕໍ່ປົກປັກຮັກສາມິດຕະພາບອັນເປັນມູນເຊື້ອສອງປະເທດລາວ-ຈີນໃຫ້ຫມັ້ນແກ່ນສືບໄປ, ພ້ອມທັງເຮັດໃຫ້ໝາກຜົນແຫ່ງການຮ່ວມມືຂອງສອງຝ່າຍໃຫ້ນັບມື້ເຕີບໃຫຍ່ເລິກເຊິ່ງຂຶ້ນໄປເລື້ອຍໆ, ເພື່ອສະແຫວງຫາຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ ແລະ ຄວາມຜາສຸກຂອງປະຊາຊົນສອງປະເທດ.

ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ:

ລາວ-ຈີນຈະຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 60 ປີ, ເພີ່ມທະວີ ແລະ ລົງເລິກການຮ່ວມມືເພື່ອນໍາເອົາຜົນປະໂຫຍດໃຫ້ແກ່ປະຊາຊົນຂອງພວກເຮົາ, ພ້ອມທັງປະກອບສ່ວນໃຫ້ແກ່ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຂອງປະເທດຕົນເອງ ແລະ ຂອງໂລກ.

ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ:

ລັດຖະບານລາວພວມເລັ່ງສ້າງແຜນການພັດທະນາການທ່ອງທ່ຽວຕາມແລວທາງລົດໄຟລາວ-ຈີນ, ເພື່ອເຮັດໃຫ້ຜູ້ຄົນທີ່ຢູ່ລຽບຕາມແລວທາງລົດໄຟ ໄດ້ຮັບຜົນປະໂຫຍດຈາກການທ່ອງທ່ຽວທີ່ນຳມາໃຫ້.

ທ່ານ ເຄນທອງ ສີສຸວົງ ອະດີດຮອງປະທານ ຄະນະກຳມະການຮ່ວມມືລາວ-ຈີນ:

ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນຂອງສອງປະເທດພວກເຮົາຈະໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ ຂະຫຍາຍຕົວໄປເລື້ອຍໆ.

ທ່ານນາງ ມານີລາ ສົມບັນດິດ ກົງສຸນໃຫຍ່ ສປປ ລາວ ປະຈຳນະຄອນຄຸນໝິງ:

60 ປີມານີ້ ການນຳຂອງສອງຝ່າຍມີການໄປມາຫາສູ່ກັນເລື້ອຍໆ, ມິດຕະພາບລາວ-ຈີນ ພັດທະນາຢ່າງບໍ່ຢຸດຢັ້ງ. ການຮ່ວມມືລາວ- ຈີນ ໂດຍສະເພາະແມ່ນການຮ່ວມມືລາວ- ຢຸນນານ ໄດ້ກ້າວເຂົ້າສູ່ຂັ້ນໃໝ່. ພ້ອມດຽວກັນນັ້ນ, ຜົນສຳເລັດອັນໂດດເດັ່ນຂອງການຮ່ວມມືລາວ- ຈີນ ໄດ້ດຶງດູດເອົາປະເທດ ແລະ ພາກພື້ນອື່ນ ຂະຫຍາຍການຮ່ວມມືກັບຈີນ ແລະ ລາວ.

ທ່ານ ຊຸຍ ໜິງໜິງ ຫົວໜ້າບໍລິຫານງານຂອງສະມາຄົມການຄ້າຈີນ-ອາຊຽນ:

ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຈີນ ຄົບຮອບ 60 ປີ, ສາຍພົວພັນໄມຕີຈິດ ແລະ ການຮ່ວມມືລະຫວ່າງລາວ-ຈີນ ຈະໄຂສັງກາດໃໝ່ທີ່ມີຄວາມໝັ້ນຍືນ ແລະ ເຕັມໄປດ້ວຍພະລະກໍາລັງ.

ທ່ານ ສະໝານ ສາດສະດາຈານປະຈຳມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ:

ເຊື່ອວ່າໃນອະນາຄົດຕໍ່ໜ້າ, ປະຊາຊົນສອງຊາດຈີນ-ລາວ ກໍຍັງຄົງເປັນເໝືອນເດີມ, ຮ່ວມກັນຖະໜອມຮັກສາມູນເຊື້ອມິດຕະພາບສອງຊາດ, ຂະຫຍາຍຂົງເຂດການຮ່ວມມືຢ່າງຕໍ່ເນື່ອງ, ຍົກລະດັບການຮ່ວມມື, ສົ່ງຕໍ່ທວນໄຟມິດຕະພາບຈີນ-ລາວຈາກລຸ້ນນີ້ສູ່ລຸ້ນໜ້າຕໍ່ໆໄປ, ປະກອບສ່ວນເຂົ້າໃນການສົ່ງເສີມການພັດທະນາ, ຄວາມໝັ້ນຄົງ ແລະ ສັນຕິພາບຂອງອາຊີ ແລະ ໃນໂລກ.

ທ່ານ ຟານຊິງມິງ ນັກຊ່ຽວຊານສາລີທີ່ມີຊື່ສຽງຂອງແຂວງຢຸນນານ:

ປູກສາລີຈີນທີ່ມີຜົນຜະລິດດີ ແລະ ຄຸນນະພາບສູງທີ່ປະເທດລາວ.

ທ່ານນາງ ຂົງຈື່ຈຽນ ຮອງຫົວໜ້າ ສູນຄົ້ນຄວ້າປະເທດລາວສະຖາບັນຄົ້ນຄ້ວາອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້(ຄຸນໝິງ)ຈີນ:

ປະເທດຈີນ-ລາວ ໄດ້ຊ່ວຍເຫຼືອກັນ ສະໜັບສະໜູນກັນ ແລະ ເຂົ້າໃຈກັນຢ່າງສະເໝີຕົ້ນສະເໝີປາຍ, ເຊິ່ງໄດ້ສ້າງເປັນແບບຢ່າງທີ່ດີໃນການຮ່ວມມືຕໍ່ຕ້ານໂຄວິດ-19 ຂອງສາກົນ.

ທ້າວ ຢາງໂປ ພະນັກງານບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຢຸນນານສາກົນ (CSG-YNIC):

ບັນດາພະນັກງານຄົນລາວ ແລະ ຄົນຈີນໄດ້ໃຊ້ຊີວິດຮ່ວມກັນແຕ່ເຊົ້າຮອດແລງໃນໄລຍະນີ້, ຈາກເພື່ອນຮ່ວມງານກາຍເປັນໝູ່ເພື່ອນ, ຈາກໝູ່ເພື່ອນກາຍເປັນຍາດຕິພີ່ນ້ອງ.

ທ່ານ ຫຼິນຈຸນສຸງ ປະທານຄະນະກຳມະການໂຮງຮຽນລຽວໂຕວ໌:

ພາຍໃຕ້ການຮ່ວມມືລາວ-ຈີນນັບມື້ນັບເຂົ້າສູ່ລວງເລິກ, ທີ່ປະເທດລາວ “ກະແສຄວາມນິຍົມການຮຽນພາສາຈີນ” ຄ່ອຍພົ້ນເດັ່ນຂຶ້ນ.

ທ່ານ ຊູຢຸນ ຮອງຜູ້ອຳນວຍການໂຮງໝໍປະຊາຊົນກິ່ງແຂວງສິບສອງພັນນາ:

ການຮ່ວມມືທາງການແພດແບບຂ້າມແດນ ເຮັດໃຫ້ປະຊາຊົນລາວໄດ້ຮັບຜົນປະໂຫຍດ.

ທ່ານ ຖານຈ້ຽນຫົວ ຕຳຫຼວດຜູ້ບັງຄັບເຮືອ ໝາຍເລກ 53102 ຂອງກອງລາດຕະເວນໜ້ານ້ຳຂອງພະແນກການປ້ອງກັນຄວາມສະຫງົບແຂວງຢຸນນານ:

ເສັ້ນທາງເດີນເຮືອຕາມລຳແມ່ນ້ຳຂອງມີຄວາມປອດໄພ, ແມ່ນຄວາມຫວັງຮ່ວມກັນຂອງປະຊາຊົນແຕ່ລະປະເທດທີ່ຢູ່ລຽບຕາມແຄມຝັ່ງ.

ນາງ ບຸນພະສອນ ບຸດດາລາ, ຜູ້ຊະນະເລີດນາງສາວລາວ ປະຈໍາປີ 2020:

ຂ້ອຍໄດ້ໃຊ້ຊີວິດທີ່ໜ້າຈົດຈໍາເປັນເວລາ 2 ປີຢູ່ທີ່ນະຄອນຄຸນໜິງ.

ທ່ານ ຮວງປິ່ງ, ຜູ້ຮຽບຮຽງປະທານຸກົມພາສາລາວ-ຈີນ ສະບັບທໍາອິດຂອງປະເທດຈີນ:

ບໍາລຸງສ້າງບຸກຄະລາກອນທີ່ຮູ້ຈັກພາສາລາວໃຫ້ແກ່ປະເທດຈີນ, ສົ່ງເສີມການສື່ສານແລກປ່ຽນລະຫວ່າງລາວ-ຈີນ.

ນາງ ຫັດສະດີ ອ່າງມັດສາ, ນັກສະແດງຂອງກອງກາຍະສິນແຫ່ງຊາດລາວ:

ຂ້ອຍໄດ້ຮຽນຄວາມຮູ້ ແລະ ທັກສະຫຼາຍຢ່າງທີ່ໂຮງຮຽນສິລະປະກາຍະສິນວູສຽວ(Hebei Wuqiao Acrobatic Art School)ປະເທດຈີນ.

ທ້າວ ສຸລິເດດ ລາວັນພອນ ຜູ້ປະກອບອາຊີບທ່ອງທ່ຽວລາວ:

ເຊື່ອໝັ້ນວ່າ ສອງປະເທດລາວ-ຈີນ ສາມາດເອົາຊະນະພະຍາດລະບາດໄດ້, ທາງລົດໄຟລາວ-ຈີນ ໃກ້ຈະເປີດນໍາໃຊ້ແລ້ວ, ອະນາຄົດອັນສົດໃສຂອງການທ່ອງທ່ຽວຂ້າມແດນລະຫວ່າງລາວ-ຈີນ ຈະມາເຖິງແລ້ວ.

ທ່ານ ຫຼຽວຜິງຮວາ ຜູ້ອຳນວຍການໂຮງໝໍປະຊາຊົນກິ່ງແຂວງສີບສອງພັນນາ:

ເພື່ອນບ້ານໃກ້ເຮືອນຄຽງ ຈິດໃຈເຊື່ອມຕໍ່ກັນ, ລາວ-ຈີນ ຄອບຄົວດຽວກັນ, ຮ່ວມດື່ມນ້ຳສາຍດຽວກັນ, ຮ່ວມເລົ່າເລື່ອງຄວາມເປັນຄອບຄົວດຽວກັນ, ສະໜິດສະໜົມໄປມາຫາສູ່ກັນ, ບໍ່ຈຳເປັນຕ້ອງແມ່ນສາຍເລືອດດຽວກັນ, ຈັບມືຮ່ວມກັນສ້າງຄວາມສຸກໃຫ້ປະຊາຊົນ, ມິດຕະພາບໝັ້ນຄົງຄືຫີນຜາ.

ທ່ານ ເສີນຕ້າວສີ ຜູ້ອຳນວຍການໃຫຍ່ຂອງໂຮງງານຜະລິດຢາປົວພະຍາດ ຢວນຊູ:

ພວກເຮົາຈະອີງຕາມເງື່ອນໄຂກົດລະບຽບການຄຸ້ມຄອງຄຸນນະພາບການຜະລິດຢາຂອງສອງຊາດລາວ-ຈີນ ຢ່າງເຂັ້ມງວດ, ຜະລິດຢາທີ່ປະຊາຊົນສອງຊາດລາວ-ຈີນ ສາມາດ ໄວ້ວາງໃຈໄດ້.

ທ່ານ ອູຊີນຫວາ CEO ບໍລິສັດ KRITTAPHONG GROUP CO LTD:

ເຊື່ອໝັ້ນວ່າໃນອະນາຄົດການຮ່ວມມືຂອງສອງຊາດຈະນັບມື້ນັບຫຼາຍຂຶ້ນ, ບໍລິສັດຈະພະຍາຍາມສົ່ງເສີມການຮ່ວມມືທາງທຸລະກິດ ແລະ ການແລກປ່ຽນທາງວັດທະນະທຳສັງຄົມລະຫວ່າງລາວ ແລະຈີນ.

ທ້າວ ດິງຢີຝັນ ຜູ້ຈັດການ ສຽວພ້າງເຈ່ຍສາກົນ:

ສຽວພ້າງເຈ່ຍສາກົນ ຄອງຄອຍຈະໄດ້ຂຶ້ນລົດ “ໄວ” ຂອງຂະບວນລົດໄຟລາວ-ຈີນນີ້, ຈະນຳເອົາຜະລິດຕະພັນເອກະລັກຂອງລາວລຽບຕາມເສັ້ນທາງລົດໄຟລາວ-ຈີນ ສົ່ງໄປເຖິງມືຂອງລູກຄ້າຊາວຈີນ.

ທ່ານ ແສງຟ້າ ໂຫລານຸພາບ ອາຈານຊີ້ນຳຫ້ອງການຄົ້ນຄວ້າ ພາກວິຊາວັນນະຄະດີ ມະຫາວິທະຍາໄລແຫ່ງຊາດລາວ:

ຫວັງວ່າ ບັນດານັກສຶກສາຈີນຂອງຂ້ອຍ ຈະສາມາດປະກອບສ່ວນເຂົ້າໃນການຮ່ວມມືການແລກປ່ຽນຂອງສອງຊາດລາວ-ຈີນ ໃນອະນາຄົດ.

ທ່ານ ວັນນະພອນ ຄຳພິລົມ ນັກສຶກສາລາວທີ່ວິທະຍາໄລຄຸນໝິງ:

ຂ້ອຍໃຊ້ຊີວິດ ແລະ ຮ່ຳຮຽນຢູ່ປະເທດຈີນໄດ້ 2 ປີແລ້ວ, ໄດ້ເຂົ້າຮ່ວມກິດຈະກຳຈໍານວນບໍ່ໜ້ອຍ, ໄດ້ເກັບກ່ຽວເອົາຄວາມຮູ້ກ່ຽວກັບວັດທະນະທຳຈີນຢ່າງຫຼວງຫຼາຍ, ຄວາມສົນໃຈຂອງຂ້ອຍຕໍ່ກັບປະເທດຈີນນັບມື້ນັບຫຼາຍຂຶ້ນ.

ທ່ານ ພູນາ ນັກສຶກສາລາວທີ່ມະຫາວິທະຍາໄລຊົນເຜົ່າກວາງຊີ:

ຂອບໃຈພາສາຈີນ, ຂອບໃຈໝູ່ເພື່ອນຄົນຈີນ, ເຮັດໃຫ້ຂ້ອຍໄດ້ມີໂອກາດຮູ້ຈັກກັບໂລກທີ່ກວ້າງໃຫຍ່ຂຶ້ນ.

ທ່ານ ວິພາພອນ ບຸດດາລາ ນັກແປພາສາປະຈຳວາລະສານ “ຈຳປາ”:

ຂ້ອຍຮັບຜິດຊອບແປພາສາໃຫ້ວາລະສານ, ຮູ້ສຶກພາກພູມໃຈໃນໜ້າວຽກຂອງຕົນທີ່ເຮັດໜ້າທີ່ເປັນ “ຂົວເຊື່ອມຕໍ່”, ຂໍອວຍພອນໃຫ້ທັງສອງປະເທດ ແລະ ປະຊາຊົນສອງຊາດ ຈົ່ງມີແຕ່ຄວາມສະຫງົບສຸກ, ຈະເລີນຮຸ່ງເຮືອງ ແລະ ຢູ່ເຢັນເປັນສຸກ.

ທ່ານ ພອນທະວີ ບຸດດາລາ ອາຈານກວດແກ້ພາສາລາວ ປະຈຳວາລະສານ “ຈຳປາ”:

ທາງລົດໄຟລາວ-ຈີນ ຈະເປີດຂຶ້ນໃນມໍ່ໆນີ້, ຍິນດີຕ້ອນຮັບເພື່ອນມິດສະຫາຍຄົນຈີນ ມາທ່ອງທ່ຽວປະເທດລາວ ທີ່ສວຍງາມແຫ່ງນີ້ ແລະ ຂໍອວຍພອນໃຫ້ສອງຊາດລາວຈີນ ມີຄວາມກ້າວໜ້າໃໝ່ ແລະ ໝາກຜົນໃໝ່ຢ່າງບໍ່ຢຸດຢັ້ງ.

ທ່ານ ຄຳສຸກ ນັກສຶກສາລາວທີ່ມະຫາວິທະຍາໄລກະສິກຳອ່ານຮຸຍ:

ປີນີ້ຂ້ອຍຈົບການສຶກສາລະດັບປະລິນຍາໂທຈາກມະຫາວິທະຍາໄລກະສິກຳອ່ານຮຸຍ, ຫວັງວ່າຈະມີບົດບາດໃນການເປັນຂົວເຊື່ອມຕໍ່ໃຫ້ແກ່ການແລກປ່ຽນຂອງສອງຊາດລາວ-ຈີນ.

ທ່ານ ອັນສອນ ອາຈານປະຈຳມະຫາວິທະຍາໄລແຫ່ງຊາດລາວ:

ຂ້ອຍຂໍໃຫ້ບັນດານັກສຶກສາປະສົບຜົນສຳເລັດໃນການສຶກສາ ແລະ ສຸມກຳລັງແຮງຂອງຕົນເຂົ້າໃນການສ້າງສາວຽກງານຂອງສອງຊາດລາວ-ຈີນ.

ທ່ານ ກ້າວເຈນ ເຊພັນ ນັກຂ່າວສະຖານີໂທລະພາບຫຼວງພະບາງ:

ຫວັງວ່າໃນຕໍ່ໜ້າຈະມີໂອກາດຂີ່ລົດໄຟລາວ-ຈີນ ໄປທ່ອງທ່ຽວຄຸນໝິງອີກຄັ້ງໜຶ່ງ, ໄປພົບໝູ່ເກົ່າຂອງຂ້ອຍ. ຫວັງວ່າການແລກປ່ຽນຂອງສອງຊາດຈະນັບມື້ນັບຫຼາຍຂຶ້ນ, ຫວັງວ່າຈະມີນັກທ່ອງທ່ຽວຈີນມາທ່ອງທ່ຽວປະເທດລາວທີ່ສວຍງາມນີ້ນັບມື້ນັບຫຼາຍຂຶ້ນ.

ທ້າວ ຊາງໄຟ ພະນັກງານກຸ່ມບໍລິສັດຫຸ້ນສ່ວນ ເກີໂຈປາ ປະເທດຈີນ ຈຳກັດ:

ໃນຖານະທີ່ເປັນຄົນເຮັດວຽກກ່ຽວກັບພະລັງງານໄຟຟ້ານ້ຳຕົກ, ວິໄສທັດຂອງພວກເຮົາກໍຄືສ້າງແສງສະຫວ່າງໃຫ້ຫຼາຍລ້ານຄອບຄົວຢູ່ປະເທດລາວ, ໃນປີມໍ່ໆມານີ້ ໄດ້ເຫັນເງື່ອນໄຂຊີວິດການເປັນຢູ່ຂອງປະຊາຊົນທີ່ອາໄສຢູ່ໃນເຂດອ່າງເກັບນ້ຳໄດ້ຮັບການປັບປຸງດີຂຶ້ນ, ໄດ້ໃຊ້ການເຄື່ອນໄຫວຕົວຈິງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງລາວ, ໄດ້ປະກອບສ່ວນເຫື່ອແຮງອັນນ້ອຍໆຂອງຕົນສົ່ງເສີມການພັດທະນາຄວາມສຳພັນເພື່ອນມິດຂອງສອງຊາດລາວ-ຈີນ, ຮູ້ສຶກເປັນກຽດຫຼາຍ.

ທ່ານ ຝືຢ່າ ທໍ່ຕູ້ ສາຂາວິສະວະກຳລົດໄຟ ມະຫາວິທະຍາໄລເຕັກນິກ ແລະ ການນຳໃຊ້ຊຽງໄຮ:

ຂ້ອຍຈະເອົາສິ່ງທີ່ເຄີຍພົບເຄີຍເຫັນ, ສິ່ງທີ່ເຄີຍຄິດໄວ້ຕອນຢູ່ຈີນນັ້ນ ມາສະແດງໃຫ້ເຫັນຜ່ານບັນຊີທາງການວີແຊັດ “中老铁路通” (ບັນຊີທາງການຂອງທາງລົດໄຟລາວ-ຈີນ), ໃຫ້ຄົນລາວໄດ້ເຂົ້າໃຈຈີນອີກຫຼາຍຂຶ້ນ. ຖ້າວ່າມີໂອກາດ, ຂ້ອຍຢາກເປັນຜູ້ບຳລຸງຮັກສາລົດໄຟຊຸດທຳອິດໃນປະຫວັດສາດຂອງຊາດລາວ, ເປັນຜູ້ພິທັກຮັກສາເທິງສາຍທາງລົດໄຟລາວ-ຈີນ.

ທ້າວ ອ່ອນຕາ ຄິນສະຫມອນ ນັກສຶກສາລາວ ລະດັບປະລິນຍາຕີ ສາຂາພາສາຈີນສາກົນ ສົກຮຽນ 2015 ຄະນະສາກົນ ມະຫາວິທະຍາໄລຢຸນນານ:

ອາໄສທ່າແຮງດ້ານພາສາຈີນ, ຂ້ອຍໄດ້ຮັບວຽກຈາກວິສາຫະກິດຈີນແຫ່ງໜຶ່ງ. ຂ້ອຍໄດ້ໃຊ້ສິ່ງທີ່ຂ້ອຍຮຽນມາ, ສ້າງສາປະເທດຂອງຂ້ອຍ, ຫວັງວ່າປະເທດລາວຈະຮັ່ງມີເຂັ້ມແຂງຮຸ່ງເຮືອງຄືດັ່ງປະເທດຈີນ.

ທ່ານ ແສງອາລຸນ ພະນັກງານ China Development Bank:

ຫົກສິບປີທີ່ຜ່ານມາ ສະພາບການໃນໂລກໄດ້ມີການປ່ຽນແປງ, ສອງຊາດລາວ-ຈີນ ໄດ້ຜ່ານຜ່າພາຍຸລົມຝົນຮ່ວມກັນຕະຫຼອດມາ, ມີການຮ່ວມມືກັນຢ່າງສະໜິດແໜ້ນໃນທຸກຂົງເຂດ. ຫວັງວ່າສອງຊາດ ຈະສືບຕໍ່ຈັບມືກັນ, ສ້າງປະໂຫຍດໃຫ້ປະຊາຊົນ ແລະ ສ້າງຄວາມສຸກໃຫ້ພາກພື້ນນີ້.

ທ່ານ ເດຊາ ພະນັກງານກະຊວງການຄ້າ ສປ ຈີນ:

ຂໍອວຍພອນໃຫ້ມິດຕະພາບລາວ-ຈີນ ພັດທະນາລົງເລິກຕໍ່ໄປ, ຂໍໃຫ້ປະຊາຊົນສອງຊາດຮຸ່ງເຮືອງ! ພ້ອມດຽວກັນນັ້ນ ຂໍອວຍພອນໃຫ້ວາລະສານ “ຈຳປາ” ສືບຕໍ່ເປັນຂົວເຊື່ອມຕໍ່ຂອງມິດຕະພາບລາວ-ຈີນ, ສືບຕໍ່ຮັບໃຊ້ຜູ້ອ່ານ.

ທ້າວ ອັງຄານ ບູນຫຼໍວົງ ພະນັກງານຄົນລາວຂອງບໍລິສັດ BGI-LAOSCO.,LTD.:

ຢູ່ສວນສາທິດວິທະຍາສາດ ແລະ ເຕັກໂນໂລຊີການກະເສດທີ່ທັນສະໄໝລາວ-ຈີນ ທີ່ຕັ້ງຢູ້ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນທີ່ນີ້ ໄດ້ເກັບສະສົມແນວພັນເຂົ້ານາຂອງປະເທດລາວ 70 ກວ່າຊະນີດ,ດຳເນີນວຽກງານການເພາະພັນ ແລະ ຂະຫຍາຍແນວພັນເຂົ້າໜຽວທີ່ມີຄຸນນະພາບດີ,ເຊິ່ງເປັນແນວພັນຂອງທ້ອງຖິ່ນປະເທດລາວ.

ນາງ ນອດ ຄຳວົງໄຊ ນັກສຶກສາລາວ ພາກວິຊາຜະດຸງຄັນຂອງມະຫາວິທະຍາໄລແພດສາດຄຸນໝິງ:

ຂ້າພາເຈົ້າໄດ້ສຳເລັດການຝຶກງານຢູ່ໂຮງໝໍໝາຍເລກທີໜຶ່ງ ສັງສັງກັດມະຫາວິທະຍາໄລແພດສາດຄຸນໝິງ,ໂຮງໝໍທີ່ລາວຝຶກງານນັ້ນ,ໄດ້ຈັດຕັ້ງກິດຈະກຳ ໂຄງການແສງສະຫວ່າງ ຂອງປະເທດລາວຫຼາຍຕັ້ງ ແລະ ໄດ້ລຳລຸງສ້າງບຸກຄະລາກອນດ້ານການແພດໃຫ້ແກ່ປະເທດລາວເປັນຈຳນວນຫຼວງຫຼາຍ.

ທ້າວ ໂຈຄາຍ(ສັນຊາດລາວ) ນັກສຶກສາຫ້ອງຝຶກອົບຮົມພາສາຈີນຂອງທາງລົດໄຟລາວ-ຈີນ:

ຂ້າພາເຈົ້າໃນນາມເປັນຜູ້ແປພາສາ ແລະ ຜູ້ປະສານງານ,ໄດ້ອະທິບາຍຄວາມໝາຍຄວາມສຳຄັນຂອງການກໍ່ສ້າງເສັ້ນທາງລົດໄຟໃຫ້ແກ່ພໍ່ແມ່ປະຊາຊົນ,ຊອກຫາວິທີທາງ ເພື່ອແກ້ໄຂຄວາມຮຽກຮ້ອງຕ້ອງການຂອງພວກເຮົາ,ຈົນກວ່າພວກເຂົາຈະເຂົ້າໃຈ ແລະ ໃຫ້ການສະໜັບສະໜູນ.

ນາງ ຢາງຢີຮວາ ພະນັກງານເຮັດວຽກຢູ່ດ່ານກວດກາຄົນເຂົ້າ-ອອກເມືອງທີ່ເມືອງຄັງປະເທດຈີນ:

ຢູ່ຕໍ່ໜ້າດ່ານກວດກາເມືອງຄັງ ແມ່ນດ່ານກວດກາ ລານຕຸຍ ຂອງປະເທດລາວ,ນັບຕັ້ງແຕ່ສ້າງຕັ້ງດ່ານກວດກາເປັນຕົ້ນມາ ທັງສອງດ່ານກວດກາ ແມ່ນໄດ້ເສີມຂະຫຍາຍຂົງເຂດການຮ່ວມມືແລກປ່ຽນກັນຢ່າງບໍ່ຢຸດຢັ້ງ.

ທ່ານນາງ ໂຢວມົ້ງຜິງ ຫົວໜ້າຫ້ອງການວຽກງານປະເທດລາວ ແລະ ຫ້ອງການຝຶກອົບຮົມຕ່າງປະເທດຂອງສູນຄົ້ນຄວ້າໄທ ມະຫາວິທະຍາໄລຢຸນນານ:

ຂໍອວຍພອນໃຫ້ຫມູ່ເພື່ອນຄົນລາວຂອງຂ້ອຍ ສຸຂະພາບແຂງແຮງ, ການຮຽນການງານເດີນແມ່ນແລ່ນສະດວກ, ຂໍໃຫ້ມິດຕະພາບສອງຊາດລາວ-ຈີນ ຄົງຢູ່ຕະຫຼອດໄປ.

ນາງ ດູລາ ນັກສຶກສາທີ່ຈົບຈາກພາກວິຊາພາສາລາວ ມະຫາວິທະຍາໄລຊົນເຜົ່າຢຸນນານ”:

ຂ້ອຍຮຽນຈົບປະລິນຍາໂທທີ່ປະເທດລາວ ແລະ ປັດຈຸບັນໃຊ້ຊີວິດຢູ່ປະເທດລາວ.

ທ່ານນາງ ເຈົ້າຢິງຈິງ ຫົວໜ້າຂະບວນລົດທິມທີ 5 ລົດໄຟຄວາມໄວສູງພະແນກຂົນສົ່ງໂດຍສານຄຸນໝິງ ກຸ່ມບໍລິສັດທາງລົດໄຟຈີນ ກົມຄຸນໝິງ ຈຳກັດ:

ຂ້ອຍຫວັງວ່າຈະເປັນດັ່ງແມງຫິ່ງຫ້ອຍທີ່ເຊື່ອມຕໍ່ມິດຕະພາບສອງຊາດເທິງຂະບວນລົດໄຟລາວ-ຈີນ.

ທ້າວ ວຽງໄຊ ພຸດທະວົງ ນັກສຶກສາປະລິນຍາເອກ ມະຫາວິທະຍາໄລຢຸນນານ:

ຂໍອວຍພອນໃຫ້ມິດຕະພາບສອງຊາດຍືນຍາວຕະຫຼອດໄປ, ລາວ ແລະ ຈີນຈະເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີຕະຫຼອດໄປ.

ນາງ ປີຢາຟານ ຄົນຢຸນນານທີ່ດຳລົງຊີວິດຢູ່ລາວ:

ຫຼັງຈາກທີ່ລົດໄຟລາວ-ຈີນ ເປີດໃຫ້ບໍລິການ, ຂ້ອຍຈະພາໝູ່ເພື່ອນຄົນລາວຂອງຂ້ອຍ ໄປທ່ຽວເບິ່ງຢຸນນານບ້ານເກີດຂອງຂ້ອຍ.

Tiphaveng ຊາວເນັດລາວ:

ຂ້ອຍຫວັງວ່າສະພາບການລະບາດຂອງພະຍາດໂຄວິດ-19 ຈະໄດ້ຮັບການຄວບຄຸມຢ່າງມີປະສິດທິຜົນໃນໄວໆນີ້, ຂໍອວຍພອນໃຫ້ປະຊາຊົນສອງຊາດດຳລົງຊີວິດຢ່າງມີຄວາມສຸກ, ສອງຊາດເຂັ້ມແຂງຢ່າງຕໍ່ເນື່ອງ;

A Kong ຊາວເນັດລາວ:

ໝູ່ເພື່ອນຄົນຈີນ, ໃນສະພາບການແຜ່ລະບາດຂອງພະຍາດທີ່ເຄັ່ງຕຶງກໍຍັງຫ່ວງໃຍຂ້ອຍຫຼາຍ. ຍາມລຳບາກເຫັນມິດແທ້, ໝູ່ເພື່ອນຄົນຈີນເປັນເພື່ອນມິດທີ່ມີນ້ຳໃຈມິດໄມຕີຫຼາຍ

ໂພສີ ວັນນະໄຊ ຊາວເນັດລາວ:

ລົດໄຟລາວ-ຈີນ ເປັນສັກຂີພິຍານມິດຕະພາບອັນລ້ຳຄ່າຂອງພວກເຮົາ, ເຊື່ອໝັ້ນວ່າໃນອະນາຄົດການຮ່ວມມືລາວ-ຈີນ ຈະລົງເລິກຍິ່ງຂຶ້ນ, ຄວາມສຳພັນລາວ-ຈີນ ຈະເຂັ້ມແຂງຍິ່ງຂຶ້ນ.

Nart Cud ຊາວເນັດລາວ:

ສອງຊາດລາວ-ຈີນ ມີພູຜາສາຍນ້ຳເຊື່ອມຕໍ່ກັນ, ມິດຕະພາບບ້ານໃກ້ເຮືອນຄຽງຊຶມເລິກໃນຈິດໃຈປະຊາຊົນ, ມິດຕະພາບໝັ້ນຄົງຍືນຍາວ.

Phodjane Bounpherm ຊາວເນັດລາວ:

ສອງຊາດລາວ-ຈີນ ໄດ້ຜ່ານພາຍຸລົມຝົນມາ 60 ປີ, ມາຮອດປັດຈຸບັນ ໄດ້ກໍ່ສ້າງມິດຕະພາບທີ່ເລິກເຊິ່ງ, ຄອງຄອຍໃນອະນາຄົດທີ່ສອງຊາດລາວ-ຈີນ ຈະສືບຕໍ່ສ້າງປະຊາຄົມຮ່ວມຊາຕາກຳສອງຊາດລາວ-ຈີນ ທີ່ບໍ່ມີມື້ແຕກຫັກ.

Somphet Phommavongsa ຊາວເນັດລາວ:

ສອງຊາດລາວ-ຈີນ ເປັນເພື່ອນບ້ານທີ່ດີທີ່ມີສາຍພູສາຍນ້ຳຕິດຈອດກັນ, ເປັນເພື່ອນມິດທີ່ຈິດໃຈເຊື່ອມເຂົ້າຫາກັນ, ເປັນສະຫາຍຮ່ວມອຸດົມການທີ່ດີ, ເປັນຄູ່ຮ່ວມມືທີ່ຈັບມືຄຽງບ່າຄຽງໄຫລ່ກັນ, ຂໍອວຍພອນໃຫ້ມິດຕະພາບລາວ-ຈີນ ຍືນຍົງຕະຫຼອດໄປ.

Pao Ouansavanh ຊາວເນັດລາວ:

ຫວັງວ່າໃນອະນາຄົດ ຈະມີໂອກາດໄປຮຽນຢູ່ຈີນ, ຫຼັງຈາກຮຽນຈົບແລ້ວ ຈະສາມາດເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນການຮ່ວມມືຂອງສອງຊາດ.

Azhu Azhu ຊາວເນັດລາວ:

ທາງລົດໄຟລາວ-ຈີນ ແມ່ນເພື່ອນມິດຄົນຈີນມາຊ່ວຍກໍ່ສ້າງ, ຂອບໃຈເດີ!ຫວັງວ່າທ້າຍປີນີ້ ທາງລົດໄຟລາວ-ຈີນ ເປີດນຳໃຊ້, ຈະສາມາດຂີ່ລົດໄຟໄປຈີນ, ໄປຢຸນນານ.

Pho Vannaxai ຊາວເນັດລາວ:

ຄວາມສຳພັນຂອງລາວ ແລະ ຈີນ ເປັນຄືດັ່ງອ້າຍນ້ອງກັນແທ້ໆ, ຂອບໃຈພວກເຈົ້າ (ປະເທດຈີນ) ທີ່ຊ່ວຍເຫຼືອພວກເຮົາ(ປະເທດລາວ)ໃນຍາມລຳບາກ.

Pho kattiya ຊາວເນັດລາວ:

ລາວ-ຈີນ ສ້າງສາຍສຳພັນການທູດມາ 60 ປີ, ທາງດ່ວນວຽງຈັນ-ວັງວຽງ ໄດ້ໃຊ້ແລ້ວ, ທາງລົດໄຟລາວ-ຈີນ ກໍຈະເປີດແລ້ວ, ຕໍ່ໄປພວກເຮົາໄປຈີນ ກໍຈະນັບມື້ນັບສະດວກຂຶ້ນ.

Souk Leckphachan ຊາວເນັດລາວ:

ໃນໂອກາດການສ້າງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີ, ຂໍອວຍພອນຈາກໃຈມອບໃຫ້ໝູ່ເພື່ອນຊາວຈີນ, ຫວັງວ່າຄົນຈີນ-ຄົນລາວ ນັບມື້ນັບສະໜິດແໜ້ນ.

Pantana Alounsavath ຊາວເນັດລາວ:

ຍິນດີນຳທີ່ສຸດ!ໃນໂອກາດການສ້າງສາຍສຳພັນການທູດລາວ-ຈີນ ຄົບຮອບ 60 ປີ, ຄົນອ້ອມຂ້າງຂ້ອຍທີ່ຮຽນພາສາຈີນ, ຊື້ເຄື່ອງຈີນນັບມື້ນັບຫລາຍ. ຂ້ອຍຫວັງວ່າໃນອະນາຄົດ, ສິນຄ້າດີຂອງລາວ ຈະສາມາດສົ່ງຜ່ານທາງລົດໄຟລາວ-ຈີນ ໄປຍັງປະເທດຈີນ, ແບ່ງປັນໃຫ້ບັນດາໝູ່ເພື່ອນຄົນຈີນ.

Khamkeo Manyvanh ຊາວເນັດລາວ:

ມິດຕະພາບທີ່ດີງາມ 60 ປີ ຈະນຳຜົນປະໂຫຍດທີ່ແທ້ຈິງມາຍັງປະຊາຊົນສອງຊາດ, ຫວັງວ່າຄຽງຄູ່ກັບການເປີດເສັ້ນທາງລົດໄຟລາວ-ຈີນ, ມິດຕະພາບຂອງສອງຊາດ ຈະນຳເອົາຜົນປະໂຫຍດມາຫຼາຍຍິ່ງຂຶ້ນ.

Anly Banleuang ຊາວເນັດລາວ:

ໃນການຕໍ່ຕ້ານພະຍາດໂຄວິດ-19 ສອງຊາດລາວ-ຈີນ ໄດ້ສະໜັບສະຫນູນ ແລະ ຊ່ວຍເຫຼືອກັນຕະຫຼອດມາ, ຫວັງວ່າການລະບາດຂອງພະຍາດຈະສິ້ນສຸດໂດຍໄວ, ຂ້ອຍຈະສາມາດຂີ່ລົດໄຟລາວ-ຈີນ ໄປທ່ຽວເບິ່ງປະເທດຈີນ.