ການເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວໄດ້ນຳຜົນປະໂຫຍດມາສູ່ການທ່ອງທ່ຽວແຂວງຢຸນນານ

2021-12-08 16:45:14 |ມາຈາກ:

ເສັ້ນທາງລົດໄຟຈີນ-ລາວມີທ່າແຮງຫຼາຍດ້ານເຊັ່ນ ດ້ານແຫຼ່ງທ່ອງທ່ຽວ, ຊັບພະຍາກອນທີ່ອຸດົມສົມບູນ​ແລະ ພູມອາກາດທີ່ຫຼາກຫຼາຍ. ພາຍຫຼັງເສັ້ນທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້, ​ເມືອງຄຸນໝິງ, ​ຢູ້ສີ່, ​ພຸເອີ​ແລະ ສິບສອງພັນນາທີ່ຕັ້ງຢູ່ລຽບຕາມເສັ້ນທາງລົດໄຟໄດ້ຕ້ອນຮັບນັກທ່ອງທ່ຽວທີ່ມາທ່ຽວຊົມ. ໃນໂອກາດນີ້, ສະຖານທີ່ທ່ອງທ່ຽວຫຼາຍແຫ່ງໄດ້ເລີ່ມຫຼຸດລາຄາເພື່ອດຶງດູດນັກທ່ອງທ່ຽວຈາກແຂວງຢຸນນານໃຫ້ມາເຂດທ່ອງທ່ຽວໃຫ້ຫຼາຍຂຶ້ນ.

ອີງຕາມການແນະນຳຂອງເຈົ້າໜ້າທີ່ສວນປ່າໄມ້ໄທຢາງເຫີພູເອີ ໄດ້ຮູ້ວ່າ, ຕົວຢ່າງນັກທ່ອງທ່ຽວຈາກນະຄອນຄຸນໝິງ, ປະຈຸບັນ, ການຂີ່ລົດໄຟຈີນ-ລາວຈາກຄຸນໝິງໄປເມືອງພູເອີໃຊ້ເວລາສັ້ນ​ແລະ​ສະດວກສະບາຍ,ສະນັ້ນເຮັດໃຫ້ນັກທ່ອງທ່ຽວໃຊ້ເວລາທ່ຽວຊົມໃນເຂດທ່ອງທ່ຽວດົນຂຶ້ນ. ໃນປັດຈຸບັນນີ້, ໂຄງການສຳຜັດປະສົບການການທ່ອງທ່ຽວແບບເລິກເຊິ່ງຫຼາຍໂຄງການແມ່ນໄດ້ຮັບຄວາມນິຍົມເປັນພິເສດ.