ຈີນມີທັດສະນະກ່ຽວກັບສັນຍາຢຸດຍິງຢູ່ແຫຼມເກົາຫຼີວ່າ, ຈະສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ

2021-12-15 17:19:49 |ມາຈາກ: CRI

ວັນທີ 14 ທັນວານີ້, ໃນກອງປະຊຸມຂ່າວທີ່ຈັດຂຶ້ນຢູ່ກະຊວງການຕ່າງປະເທດຈີນ, ມີນັກຂ່າວຕັ້ງຄຳຖາມກ່ຽວກັບສັນຍາຢຸດຍິງຢູ່ແຫຼມເກົາຫຼີ. ກ່ຽວກັບເລື່ອງນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ການສິ້ນສຸດສະພາບສົງຄາມຢູ່ແຫຼມເກົາຫຼີ ກໍຄືກົນໄກໃຫ້ແຫຼມເກົາຫຼີຢຸດຍິງ ແລະ ມີສັນຕິພາບເປັນພາກສ່ວນສຳຄັນໃນການແກ້ໄຂບັນຫາແຫຼມເກົາຫຼີດ້ວຍວິທີທາງການເມືອງ, ທັງເປັນຄວາມຫວັງຂອງປະຊາຄົມໂລກໂດຍທົ່ວໄປ. ໃນຖານະທີ່ເປັນຝ່າຍທີ່ເຊັນສັນຍາຢຸດຍິງຢູ່ແຫຼມເກົາຫຼີ,ຈີນໄດ້ຮັກສາການແລກປ່ຽນ ແລະ ປະສານງານກ່ຽວກັບວຽກງານແຫຼມເກົາຫຼີກັບຝ່າຍຕ່າງໆທີ່ກ່ຽວຂ້ອງ, ທັງຈະສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ.