ອົງການສະຖິຕິແຫ່ງຊາດຈີນກ່າວວ່າ:ການສືບຕໍ່ໃຫ້ເສດຖະກິດຈີນເຄື່ອນໄຫວໄດ້ຢ່າງໝັ້ນທ່ຽງໃນປີ 2022 ມີສິ່ງຄ້ຳປະກັນທີີ່ດີ

2021-12-15 17:23:20 |ມາຈາກ: CRI

ວັນທີ 15 ທັນວານີ້, ໃນກອງປະຊຸມຂ່າວທີ່ຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນ,ທ່ານຟູ້ລີິງຮຸ່ຍ ຫົວໜ້າກົມສະຖິຕິເສດຖະກິດແຫ່ງຊາດໂດຍລວມ ທັງເປັນໂຄສົກຂອງອົງການສະຖິຕິແຫ່ງຊາດຈີນໄດ້ແຈ້ງໃຫ້ຮູ້ກ່ຽວກັບສະພາບການເຄື່ອນໄຫວດ້ານເສດຖະກິດແຫ່ງຊາດຈີນໃນເດືອນພະຈິກແລ້ວນີ້ ໂດຍບອກວ່າ:ໃນເດືອນພະຈິກແລ້ວນີ້ ເສດຖະກິດຈີນໄດ້ສືບຕໍ່ຟື້ນຄືນ ແລະ ການເຄື່ອນໄຫວດ້ານເສດຖະກິດຕົວຈິງມີຄວາມໝັ້ນທ່ຽງ ແລະ ມີການພັດທະນາ

ທ່ານຟູ້ລີງຮຸ່ຍກ່າວຕື່ມວ່າ,ເຖິງວ່າໄດ້ຮັບຄວາມກົດດັນຢ່າງຫຼວງຫຼາຍ ແຕ່ສະພາບພື້ນຖານທີ່ເສດຖະກິດຈີນພັດທະນາເປັນຢ່າງດີໃນໄລຍະຍາວນັ້ນບໍ່ໄດ້ປ່ຽນແປງ ເມື່ອເບິ່ງການພັດທະນາໃນປີໜ້າ ແລ້ວເຫັນວ່າ ການສືບຕໍ່ໃຫ້ເສດຖະກິດຈີນເຄື່ອນໄຫວຢ່າງໝັ້ນທ່ຽວນັ້ນຍັງມີສິ່ງຄ້ຳປະກັນທີ່ດີ.