ທ່ານສີຈີ້ນຜິງ:ຂ້າພະເຈົ້າມີຄວາມຄອງຄອຍຫຼາຍຕໍ່ “ການນັດກັນຢູ່ງານກິລາໂອລິມປິກລະດູໜາວ” ຂອງພວກຂ້າພະເຈົ້າ

2021-12-16 18:07:02 |ມາຈາກ: CRI

ຕອນບ່າຍວັນທີ 15 ທັນວານີ້, ຢູ່ທີ່ປັກກິ່ງ, ທ່ານ ສີຈີ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍຜ່ານທາງວິດີໂອ.

ໂອກາດດັ່ງກ່າວ, ທ່ານ ສີຈີ້ນຜິງ ກ່າວຕໍ່ທ່ານ ປູຕິນ ວ່າ:"ອີກໜຶ່ງເດືອນປາຍ, ທ່ານກໍ່ຈະເດີນທາງມາຢ້ຽມຢາມປະເທດຈີນ ແລະ ເຂົ້າຮ່ວມພິທີໄຂງານກິລາໂອລິມປິກລະດູໜາວປັກກິ່ງ. ຂ້າພະເຈົ້າມີຄວາມຄອງຄອຍຫຼາຍຕໍ່ 'ການນັດກັນຢູ່ງານກິລາໂອລິມປິກລະດູໜາວ' ຂອງພວກຂ້າພະເຈົ້າ, ຍິນດີເກາະແຂນກັບກັບທ່ານ 'ພ້ອມກັນໄປສູ່ອະນາຄົດ', ພ້ອມກັນເປີດໜ້າໃໝ່ຂອງການພົວພັນຈີນ-ຣັດເຊຍໃນໄລຍະຫຼັງພະຍາດໂຄວິດ-19.”

ທ່ານ ປູຕິນ ກ່າວວ່າ: ຂອບໃຈທ່ານທີ່ໄດ້ເຊື້ອເຊີນຂ້າພະເຈົ້າເຂົ້າຮ່ວມກິດຈະກຳທີ່ມີຄວາມໝາຍເປັນຫຼັກໝາຍຄັ້ງນີ້. ຂ້າພະເຈົ້າຢາກຊີ້ໃຫ້ເຫັນວ່າ, ໃນການຮ່ວມມືດ້ານກິລາສາກົນ, ພວກຂ້າພະເຈົ້າໄດ້ສະໜັບສະໜູນກັນຕະຫຼອດມາ ເຊິ່ງລວມທັງການຄັດຄ້ານເຈຕະນາໃດໆທີ່ຢາກຫັນກິລາ ແລະ ກິລາໂອລິມປິກໃຫ້ເປັນບັນຫາການເມືອງ.ຂ້າພະເຈົ້າເຊື່ອໝັ້ນວ່າ, ຈີນມີຄວາມສາມາດທີ່ຈະຈັດງານກິລາໂອລິມປິກລະດູໜາວທີ່ມີລະດັບສູງສຸດ ແລະ ໜ້າຊົມທີ່ສຸດຄັ້ງໜຶ່ງ.