ທ່ານສີຈີ້ນຜິງກ່າວວ່າ: ຈີນ ແລະ ຣັດເຊຍສະແດງຄວາມຮັບຜິດຊອບຂອງປະເທດໃຫຍ່ ກາຍເປັນເສົາຄ້ຳອັນໝັ້ນແກ່ນໃນການປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ ແລະ ຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳໃນສາກົນ

2021-12-16 18:13:51 |ມາຈາກ: CRI

ຕອນບ່າຍວັນທີ 15 ທັນວານີ້, ຢູ່ທີ່ປັກກິ່ງ, ທ່ານ ສີຈີ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານ ວະລາຕີເມຍ ປູຕິນ ປະທານາທິບໍດີຣັດເຊຍຜ່ານທາງວິດີໂອ.

ໂອກາດດັ່ງກ່າວ, ທ່ານ ສີຈີ້ນຜິງ ກ່າວວ່າ, ຮູ້ສຶກປິຕິຊົມຊື່ນທີ່ໄດ້ພົບປະກັບທ່ານທາງວິດີໂອເປັນເທື່ອທີສອງໃນທ້າຍປີນີ້, ນີ້ກໍ່ແມ່ນຄັ້ງທີ 37 ທີ່ພວກຂ້າພະເຈົ້າໄດ້ພົບປະກັນ ນັບແຕ່ປີ 2013 ເປັນຕົ້ນມາ. ທ່ານໄດ້ຍ້ອງຍໍການພົວພັນຈີນ-ຣັດເຊຍວ່າ ເປັນ “ແບບຢ່າງການປະສານສົມທົບກັນລະຫວ່າງປະເທດໃນສະຕະວັດທີ 21” ໃນຫຼາຍກໍລະນີ, ທ່ານຍັງໄດ້ເດັດດ່ຽວສະໜັບສະໜູນຈີນເພື່ອປົກປ້ອງຜົນປະໂຫຍດແກນກາງຂອງປະເທດຕົນ, ຄັດຄ້ານກົນອຸບາຍທີ່ຢາກຍຸແຍ່ຈີນ ກັບ ຣັດເຊຍໃຫ້ແຕກແຍກກັນ. ຂ້າພະເຈົ້າຊົມເຊີຍຕໍ່ເລື່ອງນີ້ຢ່າງສູງ, ຍິນດີຮ່ວມກັບທ່ານສະຫຼຸບໝາກຜົນໃໝ່ໃນການຂະຫຍາຍການພົວພັນລະຫວ່າງສອງຝ່າຍໃນປີນີ້ຢ່າງຮອບດ້ານ, ຈັດວາງແຜນການໃໝ່ກ່ຽວກັບການຮ່ວມມືໃນຂົງເຂດຕ່າງໆ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຢ່າງມີຄຸນນະພາບສູງ ແລະ ຕໍ່ເນື່ອງ.

ທ່ານສີຈີ້ນຜິງກ່າວເນັ້ນໜັກວ່າ, ປັດຈຸບັນ, ການປ່ຽນແປງຂອງໂລກໃນຮອບຮ້ອຍປີ ແລະ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຮອບສະຕະວັດ ໄດ້ສ້າງຜົນກະທົບຮ່ວມກັນ, ໂລກໄດ້ເຂົ້າສູ່ໄລຍະປັ່ນປ່ວນ ແລະ ປ່ຽນແປງ. ແຕ່ການພົວພັນຈີນ-ຣັດເຊຍໄດ້ຜ່ານຜ່າການທົດສອບຈາກຟ້າຝົນລົມແດງຕ່າງໆ, ທັງໄດ້ສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາ ແລະ ພະລັງຊີວິດໃໝ່. ຂ້າພະເຈົ້າ ກັບ ທ່ານປະທານາທິບໍດີໄດ້ຮັກສາການແລກປ່ຽນ ແລະ ການປະສານງານກ່ຽວກັບຫົວຂໍ້ສຳຄັນດ້ວຍຫຼາຍຮູບການ, ພ້ອມກັນຊີິ້ນຳນຳພາການພົວພັນຈີນ-ຣັດເຊຍ. ສອງຝ່າຍໄດ້ປະກາດຢ່າງເປັນທາງການທີ່ຈະແກ່ຍາວເວລາປະຕິບັດ “ສັນຍາການພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນລະຫວ່າງຈີນແລະຣັດເຊຍ” ພ້ອມທັງໄດ້ເພີ່ມຕື່ມເນື້ອໃນແຫ່ງຍຸກສະໄໝໃໝ່, ເດັດດ່ຽວສະໜັບສະໜູນກັນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງຂອງກັນແລະກັນ, ໄດ້ປົກປ້ອງກຽດສັກສີຂອງປະເທດໃຜລາວ ແລະ ຜົນປະໂຫຍດຮ່ວມຂອງສອງປະເທດ.