ລາວ ແລະ ອີກສອງປະເທດຈະຫຼຸດພົ້ນອອກຈາກຖັນແຖວປະເທດດ້ອຍພັດທະນາ

2021-12-23 16:52:55 |ມາຈາກ:

ວັນ​ທີ 24 ພະຈິກນີ້, ກອງ​ປະ​ຊຸມ​ສະ​ຫະປະ​ຊາຊາດ​ໄດ້ຮັບຮອງເອົາ​ມະ​ຕິ​ກ່ຽວ​ກັບ​ບັນ​ດາປະເທດຄື ​ລາວ, ​ບັງ​ກະ​ລາ​ເດັດ ແລະ ເນ​ປານ ອອກຈາກຖັນແຖວປະເທດດ້ອຍພັດທະນາ.

ມະຕິ​ດັ່ງກ່າວ​ໄດ້ລະບຸ​ວ່າ, ອີງ​ຕາມ​ຂໍ້​ສະ​ເໜີ​ຂອງ​ຄະນະ​ກຳມະການ​ນະ​ໂຍບາຍ​ການ​ພັດທະນາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ​ໂດຍ​ຄຳນຶງ​ເຖິງ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດໂຄວິດ-19​, ຈະໃຫ້ສາມປະເທດມີ "​ໄລຍະ​ກະກຽມ​ກ່ອນການ​ຫຼຸດພົ້ນ" ເປັນເວລາ 5 ປີ ເຊິ່ງເກີນສາມປີຕາມສະພາບການປົກກະຕິ.

ມະຕິ​ດັ່ງກ່າວ​ໄດ້​ເນັ້ນ​ໜັກ​ວ່າ ການ​ຫຼຸດພົ້ນຈາກຖັນແຖວ​ປະ​ເທດ​ດ້ອຍ​ພັດທະນາ​ເປັນ​ຂີດ​ໝາຍ​ສຳຄັນ​ຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ. ມະຕິ​ຍັງ​ກ່າວ​ຢ້ຳວ່າ ການ​ອອກ​ຈາກ​ຖັນແຖວ​ປະ​ເທດ​ດ້ອຍ​ພັດທະນາ​ບໍ່​ຄວນ​ເຮັດໃຫ້​ແຜນການ​ພັດທະນາ ແລະ ໂຄງການພັດທະນາຢຸດ ຫຼື ພິກປີ້ນ.

ໃນນັ້ນ ລວມ​ມີລາວ, ​ບັງ​ກະ​ລາ​ເທດ ແລະ​ ເນ​ປານ, ປະ​ຈຸ​ບັນນີ້ທົ່ວໂລກ ​ມີ ປະ​ເທດດ້ອຍ​ພັດ​ທະ​ນາ​ 46 ປະເທດ, ເຊິ່ງສ່ວນ​ໃຫຍ່​ແມ່ນ​ຢູ່​ໃນ​ອາ​ຟຣິ​ກາ.

ຄະ​ນະ​ກໍາມະການນະ​ໂຍ​ບາຍ​ການ​ພັດ​ທະ​ນາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ແມ່ນ​ຢູ່​ພາຍ​ໃຕ້​ສະພາເສດຖະກິດສັງຄົມຂອງສະຫະປະຊາຊາດ, ​ພ້ອມທັງສະ​ເໜີຄວາມຄິດເຫັນດ້ານ​ນະ​ໂຍ​ບາຍ​ຕໍ່​ຄະ​ນະສະພາດັ່ງກ່າວ, ​ຮັບ​ຜິດ​ຊອບ​ໃນ​ການ​ສໍາຫຼວດ​ສະ​ພາບການ​ຂອງ​ບັນດາປະ​ເທດ​ດ້ອຍ​ພັດ​ທະ​ນາ​, ພິຈະນະລາບັນ​ຊີ​ລາຍ​ຊື່​ປະ​ເທດທີ່​ດ້ອຍ​ພັດ​ທະ​ນາ​ໃນ​ທຸກໆ 3 ປີ.