ຂະ​ບວນ​ລົດ​ໄຟ​ສາ​ກົນ​ຈີນ-ລາວ(ໄທ)ຂອງ​ເຂດ​ປັກ​ກິ່ງ-ທຽນ​ສິນ-ເຮີ​ເປ​ຖ້ຽວ​ທຳ​ອິດ​ໄດ້ອອກ​ເດີນ​ທາງແລ້ວ

2021-12-23 17:27:54 |ມາຈາກ: CRI

 

ວັນ​ທີ 22 ທັນ​ວານີ້, ຂະ​ບວນ​ລົດ​ໄຟ​ສາ​ກົນ​ຈີນ-ລາວ(ໄທ)​ຂອງ​ຂະ​ບວນ​ລົດ​ໄຟ​ປັກ​ກິ່ງ-ທຽນ​ສິນ-ເຮີ​ເປ​ຖ້ຽວ​ທຳ​ອິດ​ໄດ້ເດີນ​ທາງອອກ​ຈາກ​ສະ​ຖາ​ນີ​ລົດ​ໄຟ​ສາ​ກົນເມືອງ​ຊື​ເຈ່ຍ​ຈ່ວງແລ້ວ ເຊິ່ງ​ໄດ້​ບັນ​ທຸກ​ສິນ​ຄ້າ​ປະ​ເພດ​ຕ່າງໆ ລວມ​ທັງ​ຕີນຢາງ​ລົດ ອຸ​ປະ​ກອນກົນ​ຈັກ ເຄື່ອງ​ໃຊ້​ປະ​ຈຳ​ວັນ​ແລະ​ອື່ນໆໄດ້ແລ່ນ​ໄປ​ສູ່​ທິດ​ໃຕ້ ໂດຍ​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ມຸ່ງ​ໜ້າ​ໄປ​ສູ່ນະ​ຄອນ​ຫຼວງວຽງ​ຈັນ​ໂດຍ​ກົງ. ນີ້​ແມ່ນລົດ​ໄຟ​ສາ​ກົນຂະ​ບວນທຳ​ອິດຈາກ​ເມືອງ​ຊື​ເຈ່ຍ​ຈ່ວງໄປ​ສູ່ປະ​ເທດ​ອາ​ຊຽນ, ຍັງ​ແມ່ນຂະ​ບວນ​ລົດ​ໄຟ​ສາ​ກົນ​ຈີນ-ລາວ(ໄທ)​ຂອງ​ຂະ​ບວນ​ລົດ​ໄຟປັກ​ກິ່ງ-ທຽນ​ສິນ-ເຮີເປຖ້ຽວ​ທຳ​ອິດ.

ຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ຂະ​ບວນ​ລົດ​ໄຟ​ຖ້ຽວນີ້​ໄດ້​ບັນ​ທຸກ​ຕູ້​ຄອນ​ເທັນ​ເນີ 70 ຕູ້, ແລ່ນຜ່ານ​ດ່ານ​ບໍ່​ຫານແຂວງ​ຢຸນ​ນານ​ປະ​ເທດຈີນ, ມີ​ໄລ​ຍະ​ທາງທັງ​ໝົດ 3600 ກວ່າ​ກິ​ໂລ​ແມັດ, ໃຊ້​ເວ​ລາ​ປະ​ມານ 7 ວັນ. ໃນ​ຕໍ່​ໜ້ານີ້, ຂະ​ບວນ​ລົດ​ໄຟ​ສາ​ກົນ​ຈີນ-ລາວ(ໄທ)ຈະ​ໃຫ້​ການ​ບໍ​ລິ​ການ​ອາ​ທິດ​ລະ​ຖ້ຽວ.