ຍອດມູນຄ່າການຂົນສົ່ງສິນຄ້າເສັ້ນທາງລົດໄຟສາກົນຈີນ-ລາວມີຫຼາຍກວ່າ 100 ລ້ານຢວນ

2021-12-24 21:39:41 |ມາຈາກ:

ມາຮອດວັນທີ 15 ທັນວານີ້, ດ່ານພາສີຄຸນໝິງໄດ້ກວດກາ​ແລະ​ປ່ອຍລົດໄຟຂົນສົ່ງສິນຄ້າສາກົນ ຂອງເສັ້ນທາງລົດໄຟຈີນ-ລາວ 31 ຄັນ, ​ໃນນັ້ນມີຍອດມູນຄ່າການນຳເຂົ້າ​ແລະ​ສົ່ງອອກສິນຄ້າບັນລຸ 17.100 ​ໂຕນ, ເປັນມູນຄ່າປະມານ 107 ລ້ານຢວນ. ສິນຄ້ານຳເຂົ້າຕົ້ນຕໍແມ່ນຢາງພາລາ, ປຸ໋ຍ, ແຮ່ເຫຼັກ ແລະ ອື່ນໆ, ສິນຄ້າສົ່ງອອກຕົ້ນຕໍແມ່ນຜັກ, ໝາກໄມ້, ຜະລິດຕະພັນເຫຼັກກ້າ, ຜະລິດຕະພັນກົນຈັກແລະໄຟຟ້າ ແລະ ອື່ນໆ. ໃນນັ້ນ, ມີລົດໄຟຫຼາຍສາຍຈາກເຊີນເຈີນ,ກວາງໂຈວ,ຈົງກິ່ງ,ນານຈິ່ງ,ຊີ່ງຕາວ ແລະສະຖານທີ່ອື່ນໆ, ເຊິ່ງບັນລຸການຜ່ານດ່ານຢ່າງວ່ອງໄວພາຍໃຕ້ການຊີ້ນໍາຂອງດ່ານພາສີ.