ວັນທີ 23 ທັນວານີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວໃນງານລ້ຽງສັງສັນປະຈຳປີຂະໜາດໃຫຍ່ສຳລັບນັກຂ່າວທີ່ຈັດຂຶ້ນຢູ່ນະຄອນຫຼວງມົສກູວ່າ: ການພົວພັນລະຫວ່າງຣັດເຊຍ-ຈີນບໍ່ພຽງແຕ່ໄດ້ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຂອງສອງປະເທດເທົ່ານັ້ນ,ຍັງແມ່ນປັດໄຈສຳຄັນໃນການສ້າງຄວາມໝັ້ນທ່ຽງໃຫ້ແກ່ເວທີສາກົນອີກດ້ວຍ.
ທ່ານ ປູຕິນ ກ່າວວ່າ: ການພົວພັນລະຫວ່າງຣັດເຊຍ-ຈີນແມ່ນປັດໄຈສຳຄັນໃນການສ້າງຄວາມໝັ້ນທ່ຽງໃຫ້ແກ່ເວທີສາກົນ.ການພົວພັນຣັດເຊຍ-ຈີນແມ່ນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານທີ່ເດັດຂາດເຊິ່ງບໍ່ເຄີຍມີມາກ່ອນໃນປະຫວັດສາດ. ຈີນແມ່ນຄູ່ຮ່ວມການຄ້າອັນດັບໜຶ່ງຂອງຣັດເຊຍ,ມູນຄ່າການຄ້າລະຫວ່າງສອງປະເທດໄດ້ບັນລຸຫຼາຍກວ່າ 100 ຕື້ໂດລາສະຫະລັດ,ສູງກວ່າລະດັບກ່ອນເກີດມີການແຜ່ລະບາດຂອງພະຍາດໂຄວິດ-19.
ທ່ານ ປູຕິນ ກ່າວຕື່ມວ່າ: ປັດຈຸບັນ, ຣັດເຊຍແລະຈີນໄດ້ດຳເນີນການຮ່ວມມືໃນຂົງເຂດຄວາມໝັ້ນຄົງ,ພ້ອມທັງໄດ້ດຳເນີນການຊ້ອມຮົບຮ່ວມ,ການລາດຕະເວນຮ່ວມທາງອາກາດແລະທາງທະເລແລະອື່ນໆ. ການແລກປ່ຽນການຮ່ວມມືລະຫວ່າງຣັດເຊຍ-ຈີນໃນຂົງເຂດພະລັງງານ,ພະລັງງານນິວເຄລຍ,ອາວະກາດ,ເຕັກໂນໂລຊີຂັ້ນສູງ,ຄວາມສີວິໄລ,ວຽກງານຊາວໜຸ່ມ,ການສຶກສາ,ວັດທະນະທຳແລະຂົງເຂດອື່ນໆລ້ວນແຕ່ເປັນການສະແດງໃຫ້ເຫັນການພົວພັນລະຫວ່າງສອງປະເທດຢ່າງເປັນຮູບປະທຳ.