ວັກຊີນໂຄວິດ-19 ຂອງບໍລິສັດການຢາແຫ່ງຊາດຈີນຫຼືຊີໂນຟາມ 2 ແສນຫຼອດທີ່ສະພາກາແດງຈີນໃຫ້ການຊ່ວຍເຫຼືອສະພາກາແດງມຽນມາໄດ້ຖືກຂົນສົ່ງໄປຮອດນະຄອນຢາງກຸ້ງປະເທດມຽນມາໃນວັນທີ 23 ທັນວານີ້ຕາມເວລາປັກກິ່ງ.
ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ອີງຕາມການຈັດວາງຂອງສະພາກາແດງຈີນ, ກອງທຶນສະພາກາແດງຈີນໄດ້ຜ່ານຜ່າຄວາມຫຸຍ້ງຍາກຈາກການຂົນສົ່ງສິນຄ້າສາກົນທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ,ແລະສະໜອງເຄື່ອງແລະເງິນຊ່ວຍເຫຼືອມະນຸດສະທຳທັງໝົດ 77 ງວດໃຫ້ແກ່ 54 ປະເທດ. ໃນນັ້ນ, ໄດ້ຊ່ວຍເຫຼືອວັກຊີນໂຄວິດ-19 ທັງໝົດ 1,6 ລ້ານຫຼອດໃຫ້ກັບ 12 ປະເທດ