ວຽກ​ງານລົງ​ທະ​ບຽນ​ນັກ​ຂ່າວ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ເລີ່ມ​ຕົ້ນ​ໃນ 10 ໂມງ​ຕອນ​ເຊົ້າ​ວັນ​ທີ 25 ທັນ​ວາ

2021-12-24 22:16:12 |ມາຈາກ: CRI

ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ນັກ​ຂ່າວ​ທັງ​ຫຼາຍ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ຕັ້ງ​ສູນ​ຖະ​ແຫຼງ​ຂ່າວ​ປັກ​ກິ່ງ 2022 ຢູ່​ໂຮງ​ແຮມ​ປັກ​ກິ່ງ, ຕົ້ນ​ຕໍ​ຮັບ​ໃຊ້​ນັກ​ຂ່າວທີ່​ເຮັດ​ວຽກ​ກ່ຽວ​ກັບ​ສື່ມວນ​ຊົນ​​ແຕ່​ບໍ່​ໄດ້​ລົງ​ທະ​ບຽນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ 2022. ວຽກ​ງານ​ລົງ​ທະ​ບຽນ​ທີ່​ກ່ຽວ​ຂ້ອງ​ຈະ​ເລີ່ມ​ຕົ້ນ​ໃນ​ຕອນ​ເຊົ້າ 10 ໂມງວັນ​ທີ 25 ທັ​ນ​ວາ​ນີ້​ຢ່າງ​ເປັນ​ທາງ​ການ, ຮອດ​ເວ​ລາ​ນັ້ນ, ເວັບ​ໄຊ​ສູນ​ຖະ​ແຫຼງ​ຂ່າວ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກໍ​ຈະ​ເປີດ​ການ​ນຳ​ໃຊ້​ເຊັນ​ກັນ.

ວຽກ​ງານ​ລົງ​ທະ​ບຽນ​ນັກ​ຂ່າວ​ຈະ​ສິ້ນ​ສຸດ​ລົງ​ໃນ​ເວ​ລາ 10 ໂມງວັນ​ທີ 1 ມັງ​ກອນ​ປີ 2022. ນັກ​ຂ່າວ​ທັງ​ຫຼາຍ​ສາ​ມາດ​​ລົງ​ທະ​ບຽນທາງ​ອິນ​ເຕີ​ເນັດ. ນັກ​ຂ່າວ​ທັງ​ຫຼາຍ​ສາ​ມາດ​ຂຶ້ນ​ເວັບ​ໄຊຂອງ​ສູນ​ຖະ​ແຫຼງ​ຂ່າວ​ສູນ​ຖະ​ແຫຼງ​ຂ່າວ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງຄື: http://www.2022bmc.cn ແລະ​ສຳ​ເລັດ​ວຽກ​ງານ​​ລົງ​ທະ​ບຽນ.