ຈີນໄດ້ບັນລຸເປົ້າໝາຍສູ້ຊົນຮ້ອຍປີປະການທີ 1; ການລຶບລ້າງຄວາມທຸກຍາກໄດ້ຮັບຜົນສຳເລັດຢ່າງຮອບດ້ານ, ຈີນໄດ້ສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ; ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 14 ໄດ້ເລີ່ມຕົ້ນເປັນຢ່າງດີ.
ຍອດຈຳນວນຜົນຜະລິດທັນຍາຫານຂອງຈີນໄດ້ສ້າງສະຖິຕິໃໝ່ອີກຄັ້ງໜຶ່ງ, ໄດ້ຮັບຜົນເກັບກ່ຽວທີ່ອຸດົມສົມບູນ 18 ປີລຽນຕິດ, ຈີນໄດ້ປະກອບສ່ວນອັນໃຫຍ່ຫຼວງໃຫ້ກັບຄວາມໝັ້ນຄົງດ້ານທັນຍາຫານຂອງໂລກ
ປະຊາຊົນຈີນໄດ້ສັກວັກຊີນໂຄວິດ-19 ຫຼາຍກວ່າ 2,7 ຕື້ເຂັມ, ຈີນໄດ້ສ້າງແນວປ້ອງກັນພະຍາດໂຄວິດ-19ໃຫຍ່ທີ່ສຸດໃນໂລກ
ການຄ້າກັບຕ່າງປະເທດຂອງຈີນໄດ້ສືບຕໍ່ເຕີບໂຕຢ່າງວ່ອງໄວ
ແຂວງເຈີ້ຈ່ຽງຂອງຈີນໄດ້ສ້າງເຂດແບບຢ່າງທີ່ຮັ່ງມີຮ່ວມກັນ, ນະຄອນເຊີນເຈິ້ນໄດ້ນຳໜ້າໃນການສ້າງເຂດແບບຢ່າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ເຂດຜູ້ຕົ່ງໃໝ່ໄດ້ນຳໜ້າໃນການສາງເຂດສັງຄົມນິຍົມທີ່ທັນສະໄໝ
ຈີນໄດ້ປະກາດ “ຄວາມເຫັນຂອງລັດຖະບານຈີນກ່ຽວກັບການຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາໃໝ່ແລະການຈັດຕັ້ງປະຕິບັດແຜນການປ່ອຍກາກບອນດີອົກຊິດໃຫ້ເຖິງລະດັບສູງສຸດພາຍໃນເວລາກຳນົດກັບການປອດການປ່ອຍກາກບອນດີອົກຊິດຢ່າງຮອດດ້ານ, ຖືກຕ້ອງແລະຄົບຖ້ວນ” “ແຜນປະຕິບັດງານການປ່ອຍກາກບອນດີອົກຊິດໃຫ້ເຖິງລະດັບສູງສຸດກ່ອນປີ 2030”
ຈີນໄດ້ເຮັດໃຫ້ລາຄາໄຟຟ້າທີ່ຜະລິດດ້ວຍຖ່ານຫີນເປັນໄປຕາມກົນໄກຕະຫຼາດເທື່ອລະກ້າວ, ຮັບປະກັນການສະໜອງພະລັງງານໄຟຟ້າຢ່າງໝັ້ນທ່ຽງ.
ສະຖານີອະວະກາດຂອງຈີນໄດ້ເປີດນຳໃຊ້ແລ້ວ, ຍານອະວະກາດ “ຖ່ຽນເວີ້ນ 1” ໄດ້ລົງຈອດຢູ່ພື້ນຜິວດາວອັງຄານຢ່າງສຳເລັດຜົນ
ຕະຫຼາດຫຼັກຊັບປັກກິ່ງເປີດບໍລິການຢ່າງເປັນທາງການ
ກົມຕ້ານການຜູກຂາດແຫ່ງຊາດຈີນໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ