ກຳນົດຄົນຂັບລົດໄຟສັນຊາດລາວຊຸດທຳອິດຂອງເສັ້ນທາງລົດໄຟລາວ-ຈີນ
ການສອບເສັງສຳລັບນັກຮຽນສັນຊາດລາວທີ່ຈະເປັນຮອງຜູ້ຂັບລົດໄຟຂອງເສັ້ນທາງລົດໄຟລາວ-ຈີນໄດ້ສິ້ນສຸດລົງໃນວັນທີ 18 ມິຖຸນາ, ນັກຮຽນສັນຊາດລາວທັງໝົດ 66 ຄົນ ໄດ້ຜ່ານການສອບເສັງ ແລະ ກາຍເປັນຄົນຂັບລົດໄຟສັນຊາດລາວຊຸດທຳອິດຂອງຕຳແໜ່ງທີ່ກຳນົດຢ່າງເປັນທາງການໃນເສັ້ນທາງລົດໄຟລາວ-ຈີນ.
ບໍລິສັດທາງລົດໄຟລາວ-ຈີນຈຳກັດ ທີ່ເປັນຜູ້ຮັບຜິດຊອບບໍລິຫານຕອນປະເທດລາວເສັ້ນທາງລົດໄຟລາວ-ຈີນໄດ້ແນະນໍາວ່າ,ນັບແຕ່ທາງລົດໄຟລາວ-ຈີນໄດ້ເລີ່ມເປີດແລະດຳເນີນການບໍລິການໃນເດືອນທັນວາປີ2021 ເປັນຕົ້ນມາ, ການກໍ່ສ້າງບຸກຄະລາກອນທີ່ກ່ຽວຂ້ອງໄດ້ເລີ່ມຈັດຂຶ້ນໃນໂຮງຈັກກວດສອບແລະສ້ອມແປງການນໍາໃຊ້ລົດໄຟນະຄອນຫຼວງວຽງຈັນຂອງທາງລົດໄຟລາວ-ຈີນ. ຜ່ານການຝຶກອົບຮົມຄວາມຮູ້ທິດສະດີແລະ ຝຶກງານຄຸມລົດແບບໜຶ່ງຕໍ່ໜຶ່ງ, ບັນດານັກສຶກສາໄດ້ຝຶກຝົນຄວາມຮູ້ທາງດ້ານທິດສະດີທີ່ກ່ຽວຂ້ອງແລະໄດ້ສະສົມປະສົບການການຂັບຂີ່ຢ່າງໜັກແໜ້ນ. ພາຍຫຼັງການຝຶກອົບຮົມຢ່າງເຂັ້ມງວດປະມານເຄິ່ງປີ, ນັກສຶກສາລາວທັງໝົດ 66 ຄົນໄດ້ຜ່ານການສອບເສັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ.
ອີງຕາມການແນະນຳຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດ, ຄົນຂັບລົດໄຟສັນຊາດລາວ66 ຄົນຈະໄປປະຈຳຢູ່ຕຳແໜ່ງຕ່າງໆຂອງເສັ້ນທາງລົດໄຟລາວ-ຈີນໃນພາກສ່ວນປະເທດລາວ, ເມື່ອຮອດເວລານັ້ນ, ຄົນຂັບລົດໄຟສັນຊາດຈີນ ແລະ ສັນຊາດລາວສອງຄົນຈະເຮັດວຽກຮ່ວມກັນເທິງເສັ້ນທາງລົດໄຟລາວ-ຈີນ, ໃນອະນາຄົດ, ຍັງຈະໃຫ້ຜູ້ຂັບລົດສັນຊາດລາວປະຕິບັດໜ້າທີ່ການຂັບລົດດ້ວຍຕົນເອງເປັນກ້າວໆ.
ແຫຼ່ງຂໍ້ມູນມາຈາກ ເວັບໄຊຊິນຮວາ
ນັກຂ່າວ ຈ່າງຈ້ຽນຮວາ