ຮ້ານກາເຟແຫ່ງໜຶ່ງທີ່ເປີດຢູ່ເຂດບ້ານປ່ານລີ້

2022-07-07 17:07:13
ມາຈາກ:

"ໃນແຕ່ກ່ອນຂ້ອຍບໍ່ຮູ້ຈັກກາເຟ, ແຕ່ດຽວນີ້ຂ້ອຍຕົກຫລຸມຮັກກາເຟຫຼາຍຂື້ນ!" ນາງ ເກີນາຊີ ສາວຊາວຊົນເຜົ່າລາຫູທີ່ເກີດໃນປີ 1998, ນາງຮຽນຈົບຈາກມະຫາວິທະຍາໄລໃນປີ 2021.ຫຼັງຈາກນັ້ນ,ນາງເລືອກກັບຄືນບ້ານເກີດເພື່ອເປີດຮ້ານກາເຟທີ່ມີຊື່ວ່າ "ຈົວຈົວ".

ບ້ານເກີດຂອງນາງ ເກີນາຊີ ຕັ້ງຢູ່ບ້ານປ່ານລີ້ ເມືອງປົກຄອງຕົນເອງຊົນເຜົ່າລາຫູລ້ານຊ້າງເມືອງພູເອີ ພາກຕາເວັນຕົກສ່ຽງໃຕ້ແຂວງຢຸນນານ. ໃນຄວາມຊົງຈຳຂອງນາງ ເກີນາຊີ, ໃນເມື່ອກ່ອນ,ບ້ານແມ່ນເຕັມໄປດ້ວຍເຮືອນມຸງຫຍ້າຄາ, ຄົນແລະສັດອາໄສຢູ່ຮ່ວມກັນ, ຊີວິດການເປັນຢູ່ຂອງຊາວບ້ານກໍ່ມີຄວາມທຸກຍາກ. ຄຽງຄູ່ກັບການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຫຼາຍດ້ານຢ່າງຕັ້ງໜ້າ, ໂສມໜ້າຂອງບ້ານປ່ານລີ້ນັບມື້ນັບມີການປ່ຽນແປງ,ໄດ້ດຶງດູດນັກທ່ອງທ່ຽວມາທ່ຽວຊົມນັບມື້ນັບຫຼາຍຂຶ້ນ.ໃນຂະນະດຽວກັນ, ອຳນາດການປົກຄອງທ້ອງຖິ່ນກໍ່ໄດ້ໃຫ້ທຶນແກ່ນາງ ເກີນາຊີ ແລະ ຊາວບ້ານອີກຈຳນວນໜຶ່ງເພື່ອອອກໄປຝຶກອົບຮົມແລະຮ່ຳຮຽນສຶກສາ, ປະຈຸບັນ,ນາງສາມາດເຮັດກາເຟໄດ້ຫຼາຍປະເພດພໍສົມຄວນ.

ຮ້ານກາເຟ"ຈົວຈົວ" ມີພະນັກງານ 5 ຄົນ, ທັງຫມົດແມ່ນມາຈາກບ້ານນີ້. ນາງ ເກີນາຊີ ກ່າວວ່າ, ຫວັງວ່າຈະນຳພາຊາວໜຸ່ມໃນບ້ານມາຮຽນການເຮັດກາເຟຮ່ວມກັນ, ຊອກຫາວຽກເຮັດງານທຳ ແລະດຳເນີນທຸລະກິດຢູ່ບ້ານ,ພະຍາຍາມຮ່ວມກັນເພື່ອການພັດທະນາບ້ານເກີດຂອງຕົນເອງ. ນາງ ເກີນາຊີຍັງໄດ້ໂຄສະນາຮ້ານກາເຟ "ຈົວຈົວ" ຜ່ານສື່ໃໝ່ເຊັ່ນTikTok,ເຊິ່ງໄດ້ດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍມາທ່ຽວຊົມຮ້ານກາເຟ"ຈົວຈົວ", ປະຈຸບັນ, ນາງສາມາດສ້າງລາຍໄດ້ປະມານ8.000 ຢວນຕໍ່ເດືອນ.

ປະຈຸບັນ, ນອກຈາກມີຮ້ານກາເຟ"ຈົວຈົວ", ບ້ານປ່ານລີ້ຍັງໄດ້ກໍ່ສ້າງຫໍວາງສະແດງ 12 ແຫ່ງເຊັ່ນ: ​ຮ້ານຊາ, ​ຮ້ານປື້ມ, ຫໍເຄື່ອງປັ້ນດິນເຜົາ​ແລະ ອື່ນໆ, ລາຍຮັບສະເລ່ຍຕໍ່ຫົວຄົນຈາກ 3.847 ຢວນໃນປີ 2018ເພີ່ມຂຶ້ນຮອດ7.673 ຢວນໃນທ້າຍປີ 2021.

ແຫຼ່ງຂໍ້ມູນມາຈາກ  ເວັບໄຊ້ຊິນຫົວ

ຮ້ານກາເຟແຫ່ງໜຶ່ງທີ່ເປີດຢູ່ເຂດບ້ານປ່ານລີ້