ສິບປີຂອງຈີນ | ແຂວງຝູຈ້ຽນປະເທດຈີນ: ຊັບພະຍາກອນທາງທະເລ ກຳລັງແຮງຊຸກຍູ້ໃຫມ່ຂອງການພັດທະນາ

2022-07-07 17:15:24
ມາຈາກ:

ເມືອງເຊຍພູ ເປັນເຂດຊາຍຝັ່ງທະເລທີ່ມີພື້ນທີ່ທາງທະເລທີ່ໃຫຍ່ທີ່ສຸດ, ແຄມຝັ່ງທະເລທີ່ຍາວທີ່ສຸດແລະເກາະດອນທີ່ຫຼາຍທີ່ສຸດໃນແຂວງຝູຈ້ຽນປະເທດຈີນ. ນັບແຕ່ປີ 2018 ເປັນຕົ້ນມາ, ເມືອງເຊຍພູໄດ້ວາງອອກບັນດາມາດຕະການ, ຊຸກຍູ້ການພັດທະນາປະສານສົມທົບກັບດ້ານນິເວດແລະຂະແໜງການປະມົງ.

ເມືອງເຊຍພູໃນປັດຈຸບັນນີ້, ອີງໃສ່ພູມສັນຖານແຄມຝັ່ງທະເລທີ່ສວຍງາມແລະຊັບພະຍາກອນສຳລັບການຖ່າຍຮູບ,ສາມາດດຶງດູດປະຊາຊົນຫຼາຍກວ່າ 600.000 ຄົນມາທ່ຽວຊົມແລະຖ່າຍຮູບໃນແຕ່ລະປີ. ເມືອງເຊຍພູຍັງເກີດອາຊີບໃຫມ່ເຊັ່ນ"ຜູ້ຊີ້ນຳການຖ່າຍຮູບ" ທີ່ສະໜອງບໍລິການການຖ່າຍຮູບໃຫ້ນັກທ່ອງທ່ຽວ,ແລະ ອາຊີບ "ນາຍແບບຫາປາ" ທີ່ເຮັດຫນ້າທີ່ເປັນນາຍແບບ ແລະ ເຄື່ອນໄຫວການສະແດງເຊັ່ນການດຶງຕາຫນ່າງແລະການຫາປາ ເພື່ອເປັນແບບໃຫ້ຜູ້ທີ່ມັກການຖ່າຍຮູບ. ຊາວປະມົງຫຼາຍຄົນທີ່ເຄີຍທຳມາຫາກິນຢູ່ທະເລກໍ່ເລີ່ມຂຶ້ນຝັ່ງ,ເພື່ອຊີ້ນຳຈຸດຖ່າຍຮູບ, ແນະນຳເຕັກນິກໃຫ້ຜູ້ທີ່ມັກການຖ່າຍຮູບຈາກສະຖານທີ່ອື່ນໆທີ່ມາເມືອງເຊຍພູ,ພ້ອມທັງສະໜອງບ່ອນພັກ, ອາຫານແລະການບໍລິການອື່ນໆ.ໃນປັດຈຸບັນ, ມີ "ຜູ້ຊີ້ນຳການາຍຮູບ"ແລະ"ນາຍແບບຫາປາ"ກວ່າ 200 ຄົນທີ່ເຮັດວຽກແບບເຕັມເວລາ ແລະ ເຮັດວຽກແບບນອກເວລາໃນເມືອງເຊຍພູ.

ນອກຈາກນັ້ນ,ເມືອງເຊຍພູໄດ້ພັດທະນາການທ່ອງທ່ຽວຢ່າງຕັ້ງໜ້າ ແລະ ຊຸກຍູ້ການພັດທະນາເຮືອນພັກຢູ່ຈຸດຊົມວິວ. ການສ້ອມແປງເຮືອນພັກບໍ່ພຽງແຕ່ປ່ຽນແປງໂສມໜ້າເຮືອນເກົ່າທີ່ຢູ່ບ້ານຫາປາເທົ່ານັ້ນ, ຍັງເຮັດໃຫ້ຊາວບ້ານທ້ອງຖິ່ນໄດ້ມີລາຍໄດ້ໂດຍການໃຫ້ເຊົ່າເຮືອນເກົ່າ​ແລະ​ປະກອບອາຊີບບໍລິການອື່ນໆ.

ແຫຼ່ງຂໍ້ມູນມາຈາກ  ເວັບໄຊ້ຊິນຫົວ

ນັກຂ່າວ ຕົງຈ້ຽນໂກ

ສິບປີຂອງຈີນ | ແຂວງຝູຈ້ຽນປະເທດຈີນ: ຊັບພະຍາກອນທາງທະເລ ກຳລັງແຮງຊຸກຍູ້ໃຫມ່ຂອງການພັດທະນາ