ຈັດງານວາງສະແດງສິນຄ້າສາກົນຈີນ2022

2022-07-26 18:10:54
ມາຈາກ:CRI

ວັນທີ25ກໍລະກົດນີ້, ງານວາງສະແດງສິນຄ້າບໍລິໂພກສາກົນຈີນ2022ໄດ້ຈັດຂຶ້ນຢູ່ນະຄອນໄຫໂຂວແຂວງໄຫຫຼຳ. ງານວາງສະແດງຄັ້ງນີ້ເປັນງານວາງສະແດງລະດັບຊາດເທື່ອທຳອິດຂອງຈີນທີ່ຖືສິນຄ້າບໍລິໂພກຄຸນນະພາບດີເປັນຫຼັກ,ທັງເປັນງານວາງສະແດງສິນຄ້າບໍລິໂພກຄຸນນະພາບດີທີ່ມີຂະໜາດໃຫຍ່ກວ່າໝູ່ໃນພາກພື້ນອາຊີປາຊິຟິກ. ງານວາງສະແດງຄັ້ງນີ້ມີຫົວຂໍ້ວ່າ“ຊົມໃຊ້ໂອກາດເປີດປະຕູ,ຮ່ວມກັນສ້າງຊີວິດການເປັນຢູ່ທີ່ດີງາມ” ໄດ້ດຶງດູດສິນຄ້າທີ່ມີເຄື່ອງໝາຍການຄ້າ 2800 ກວ່າແຫ່ງຂອງຈີນແລະຕ່າງປະເທດເຂົ້າຮ່ວມການວາງສະແດງ, ມີຜະລິດຕະພັນໃໝ່ 600 ກວ່າຊະນິດຈະນຳສະເໜີເປັນເທື່ອທຳອິດໃນໄລຍະຈັດງານວາງສະແດງຄັ້ງນີ້.

ຈັດງານວາງສະແດງສິນຄ້າສາກົນຈີນ2022