ຫຼິ້ນບຸນຄວາມຮັກກ່ອນໝູ່ຢູ່ໃນໂລກຄືແນວໃດ?

2022-08-05 10:15:19
ມາຈາກ:CRI

ມື້ຂຶ້ນ 7 ຄ່ຳເດືອນ 7 ຕາມຈັນທະຄະດີຈີນໃນແຕ່ລະປີ (ປີນີ້ແມ່ນກົງກັບວັນ 4 ສິງຫາ) ແມ່ນບຸນຈີ່ຊີ່ ຫຼື ບຸນຄວາມຮັກ ເຊິ່ງເປັນບຸນປະເພນີຂອງຈີນ. ຜູ້ຊ່ຽວຊານດ້ານຮີດຄອງປະເພນີຂອງຈີນເຫັນວ່າ, ບຸນຈີ່ຊີ່ມີປະຫວັດມາເປັນເວລາ 2.000 ກວ່າປີແລ້ວ, ແມ່ນບຸນຄວາມຮັກກ່ອນໝູ່ຢູ່ໃນໂລກ.

ເນື້ອໃນບຸນຈີ່ຊີ່ບໍ່ພຽງແຕ່ມີຄວາມຮັກເທົ່ານັ້ນ. ຕາມການເລົ່າຂານກັນວ່າ, ວັນນີ້ແມ່ນວັນເກີດຂອງ “ເອື້ອຍເຈັດ” ເຊິ່ງເປັນນາງຟ້າຜູ້ທີ່ມີສີມືເກັ່ງໃນດ້ານການຕ່ຳແຜ່ນຢູ່ເທິງສະຫວັນ. ໃນສະໄຫມບູຮານ, ຜູ້ສາວຈະ “ຂໍສີມື” ນຳເອື້ອຍເຈັດ, ເພື່ອຂໍໃຫ້ນາງມອບຄວາມຄ່ອງແຄ້ວ ແລະ ຄວາມສາມາດໃຫ້ແກ່ຕົນເອງ, ສະນັ້ນຈຶ່ງມີຊື່ວ່າ “ບຸນຂໍສີມື” ຫຼື “ບຸນຜູ້ສາວ”.

ຢູ່ຈີນບັນດາ ບ່າວສາວຈະຂໍໃຫ້ມີແຕ່ສິ່ງທີ່ດີງາມໃນກາງຄືນຂອງວັນບຸນຈີ່ຊີ່. ສ່ວນບັນດາຜູ້ສາວຈະໄຫວ້ພະຈັນກະຈ່າງແຈ້ງດ້ວຍຫມາກໄມ້ຕາມລະດູການ ແລະ ຈັດພິທີຕ່າງໆເພື່ອຂໍສີມື. ນອກນີ້, ຍັງມີປະເພນີຕ່າງໆ ເຊັ່ນ: ໄຫວ້ເອື້ອຍເຈັດ, ກິນຂະຫນົມສີມື ແລະ ແຂ່ງຂັນສີມືເປັນຕົ້ນ.

ຫຼິ້ນບຸນຄວາມຮັກກ່ອນໝູ່ຢູ່ໃນໂລກຄືແນວໃດ?