"ຂ້ອຍບໍ່ນຶກບໍ່ຝັນວ່າຂ້ອຍກັບຄືນບ້ານມາແຕ້ມຮູບ, ຈະມີຄົນມາເບິ່ງຫຼາຍປານນີ້!"

2022-11-16 18:05:19
ມາຈາກ:

ຢູ່ບ້ານຊິງຢີເມືອງລີ້ຈ່ຽງແຂວງຢຸນນານ, ຮູບແຕ້ມເທິງຝາທີ່ສວຍງາມໄດ້ດຶງດູດນັກທ່ອງທ່ຽວຈຳນວນຫຼວງຫຼາຍມາເບິ່ງຊົມ.

ນີ້ແມ່ນຜົນງານຂອງທ່ານ ຫຼົວຈີເຊີງ ນັກແຕ້ມຮູບເທິງຝາ. ປີກາຍນີ້, ລາວເລືອກທີ່ຈະກັບໄປບ້ານເກີດເພື່ອປັບປຸງຝາຢູ່ບ້ານດ້ວຍຮູບແຕ້ມເພື່ອສາທາລະນະປະໂຫຍດ, ຮູບແບບທີ່ແຕກຕ່າງກັນຂອງຮູບແຕ້ມຝາເຮືອນນັບມື້ນັບຫຼາຍ, ຊາວບ້ານທີ່ເຄີຍບໍ່ເຫັນດີກັບວິທີການທີ່ສ້າງສັນນີ້ກໍ່ຕ້ອງຍົກໂປ້ໃຫ້ລາວ.

ທ່ານ ຫຼົວຈີເຊີງ ເວົ້າວ່າ,"ຂ້ອຍບໍ່ນຶກບໍ່ຝັນວ່າຂ້ອຍກັບຄືນບ້ານມາແຕ້ມຮູບ, ຈະມີຄົນມາເບິ່ງຫຼາຍປານນີ້!" ລາວໄດ້ປະດັບປະດາຝາກຳແພງຂອງຊົນນະບົດດ້ວຍຮູບແຕ້ມຝາທີ່ສວຍງາມກວ່າ 30 ແຜ່ນ. ການແຕ້ມຮູບແມ່ນ ສິ່ງທີ່ ທ່ານ ຫຼົວຈີເຊີງ ມັກສະເໝີມາ, ສະນັ້ນ ລາວຈຶ່ງຮຽນແຕ້ມຮູບເທິງຝາເປັນພິເສດ. ປີກາຍນີ້, ລາວໄດ້ຕັດສິນໃຈນຳຄວາມສາມາດທີ່ໄດ້ຮ່ຳຮຽນກັບເມືອບ້ານເກີດ ເພື່ອບັນລຸຄວາມໄຝ່ຝັນ“ປ່ຽນບ້ານດ້ວຍຮູບແຕ້ມຝາ”, “ຂ້າພະເຈົ້າຫວັງວ່າຜ່ານການສົມທົບຂອງຮູບແຕ້ມ ແລະ ສິ່ງແວດລ້ອມວັດທະນະທຳຈະດຶງດູດນັກທ່ອງທ່ຽວມາທ່ຽວແລະຊົມເບິ່ງ, ເພື່ອໃຫ້ບ້ານມີການເຕີບໂຕທາງດ້ານເສດຖະກິດ”

"ຂ້ອຍບໍ່ນຶກບໍ່ຝັນວ່າຂ້ອຍກັບຄືນບ້ານມາແຕ້ມຮູບ, ຈະມີຄົນມາເບິ່ງຫຼາຍປານນີ້!"