"ໝາກໜອດທອງຄຳ" ຂອງທ່ານ ເຕິງຟູບິນ

2022-11-18 15:45:55
ມາຈາກ:

ທ່ານ ເຕິງຟູບິນ ຊາຍໜຸ່ມຈາກກວາງຊີປະເທດຈີນ, ຮຽນຈົບຈາກວິຊາສະເພາະຕົ້ນໄມ້ກິນໝາກ ພາກວິຊາສິລະປະສວນ ຂອງມະຫາວິທະຍາໄລກະສິກຳຫົວຫນານໃນປີ 1998, ລາວໄດ້ໄປເມືອງຊານຢາແຂວງໄຫໜານເພື່ອເລີ່ມເຮັດທຸລະກິດ, ປູກໝາກຫຸ່ງແລ້ວປ່ຽນມາປູກໝາກໜອດ. ໃນ 10 ປີທີ່ຜ່ານມາ, ທ່ານ ເຕິງຟູບິນ ໄດ້ ຄົ້ນຄວ້າເຕັກໂນໂລຢີປັບປຸງເບ້ຍ“ໝາກໜອດທອງຄຳ” ແລະໄດ້ຮັບຜົນສຳເລັດ.

3 ປີມານີ້, ລາວໄດ້ສະໜອງເບ້ຍໝາກໜອດທອງຄຳ 6 ລ້ານກວ່າເບ້ຍ ໃຫ້ປະຊາຊົນຢູ່ແຂວງຢຸນນານ, ກຸ້ຍໂຈ່ວ, ກວາງຊີໃນແຕ່ລະປີ, “ຂໍໃຫ້ທຸກຄົນມີເບ້ຍດີ, ປູກໝາກໄມ້ໄດ້ດີ, ຂາຍໄດ້ລາຄາດີ” ແມ່ນເປົ້າໝາຍຂອງລາວ.

ແຫຼ່ງຂໍ້ມູນມາຈາກ ເວັບໄຊຊີນຮວາ

ນັກຂ່າວ ຈ່າງອາຍຫຼີນ

"ໝາກໜອດທອງຄຳ" ຂອງທ່ານ ເຕິງຟູບິນ