ການເປີດນຳໃຊ້ທາງລົດໄຟຈີນ-ລາວຄົບຮອບໜຶ່ງປີໄດ້ສ້າງຜົນງານທີ່ໂດດເດັ່ນ

2022-12-02 16:38:54
ມາຈາກ:CRI

ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ມາຮອດວັນທີ 2 ທັນວານີ້, ທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຄົບຮອບ 1 ປີ ເຊິ່ງໄດ້ສ້າງຜົນງານທີ່ໂດດເດັ່ນ, ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 8,5 ລ້ານເທື່ອຄົນ ແລະ ສິນຄ້າ 1,2 ລ້ານໂຕນ, ໄດ້ຮັກສາຄວາມປອດໄພໃນດ້ານການຂົນສົ່ງ, ທາງລົດໄຟຈີນ-ລາວໄດ້ກາຍເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມສຸກ ແລະ ເສັ້ນທາງມິດຕະພາບຂອງປະຊາຊົນສອງຊາດລາວແລະຈີນ, ບໍ່ພຽງແຕ່ໄດ້ສ້າງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນສອງຊາດເທົ່ານັ້ນ, ຫາກຍັງໄດ້ເປັນແບບຢ່າງໃຫ້ແກ່ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ການເປີດນຳໃຊ້ທາງລົດໄຟຈີນ-ລາວຄົບຮອບໜຶ່ງປີໄດ້ສ້າງຜົນງານທີ່ໂດດເດັ່ນ