ສູນຄົ້ນຄ້ວາ ແລະ ອະນຸລັກໝີແພນດາຈີນ: ລູກໝີແພນດາ 20 ໂຕຮ່ວມກັນຕ້ອນຮັບບຸນກຸດຈີນ

2022-01-28 17:25:20 |ມາຈາກ:

ບຸນກຸດຈີນໃກ້ຈະມາເຖິງແລ້ວ, ໝີແພນດາ 20 ໂຕຂອງສູນຄົ້ນຄ້ວາ ແລະ ອະນຸລັກໝີແພນດາຈີນໄດ້ປາກົດໂຕເພື່ອສົ່ງຄຳອວຍພອນປີໃໝ່ໃຫ້ປະຊາຊົນທົ່ວປະເທດຈີນ.​ລູກໝີແພນດາທີ່ປາກົດໂຕນັ້ນແມ່ນລູກໝີແພນດາທີ່ເກີດໃໝ່ໃນປີ 2021. ໃນນັ້ນ,ລູກໝີແພນດາໂຕທີ່ໃຫຍ່ທີ່ສຸດແມ່ນ"ເຈີນເຈີນໄຊ"​ເຊິ່ງມີອາຍຸຫຼາຍກວ່າ 190 ວັນ, ​ໂຕນ້ອຍທີ່ສຸດແມ່ນ"ຊິວຊິວໄຊ" ມີອາຍຸຫຼາຍກວ່າ 120 ວັນ. ໃນປີ2021, ສູນໝີແພນດາໄດ້ລ້ຽງລູກໝີແພນດາທີ່ລອດຊີວິດ 27 ໂຕ, ແລະ ລ້ຽງດູຝູງໝີແພນດາເຖິງ 356 ໂຕ.