ສີສັນການຂົນສົ່ງຂອງເສັ້ນທາງລົດໄຟຈີນ-ລາວໃນໄລຍະບຸນກຸດຈີນປີ2022

2022-02-10 16:59:19 |ມາຈາກ:

ເສັ້ນທາງລົດໄຟຈີນ-ລາວ ຕ້ອນຮັບການຂົນສົ່ງໃນໄລຍະບຸນກຸດຈີນເປັນຄັ້ງທຳອິດພາຍຫຼັງການເປີດນຳໃຊ້, ພວກເຮົາຈະນຳສະເໜີຕໍ່ທ່ານດ້ວຍສີສັນທີ່ແຕກຕ່າງກັນ, ພະນັກງານກຳມະກອນທົ່ວໄປກໍໄດ້ຕ້ອນຮັບການຂົນສົ່ງຂອງເສັ້ນທາງລົດໄຟຈີນ-ລາວໃນໄລຍະບຸນກຸດຈີນປີ2022ເປັນຄັ້ງທຳອິດ.

ສີແດງ. ພະນັກງານປະດັບປະດາຕູ້ລົດໄຟດ້ວຍໂຄມໄຟແລະ ເຈັ້ຍສີແດງຕິດປ່ອງຢ້ຽມ. ຢູ່ໃນສະຖານີ, ຄົນງານທາງລົດໄຟໄດ້ຂຽນຕົວໜັງສືອວຍພອນ ​ແລະ ​ສົ່ງກອນຄູ່ໃນບຸນກຸດຈີນ ເພື່ອອວຍພອນປີໃໝ່ຈີນໃຫ້ແກ່ຜູ້ໂດຍສານ. ຂົວໃຫຍ່ຢວນຈ່ຽງສອງເສັ້ນກໍ່ເປັນສີແດງ. ຢູ່ເທິງຂົວໃຫຍ່ສີແດງ, ວິສະວະກອນໄດ້ກວດກາແລະສ້ອມແປງຂົວເພື່ອຮັບປະກັນການຜ່ານທາງຂອງລົດໄຟໃຫ້ດຳເນີນງານຢ່າງໝັ້ນທ່ຽງແລະປອດໄພ.

ສີສົ້ມ-ເຫຼືອງ. ພະນັກງານບໍາລຸງຮັກສາທາງລົດໄຟໃສ່ເຄື່ອງແບບສີສົ້ມ-ເຫຼືອງ,ພວກເຂົາຮັກສາຄວາມປອດໄພໃນການເດີນທາງຂອງຜູ້ໂດຍສານໃນອຸໂມງ, ຂົວ, ເສັ້ນທາງລົດໄຟແລະສະຖານທີ່ອື່ນໆ.

ສີຄໍາ. ທ່ານນາງ ຢີໂປເຜິງ ພະນັກງານເທິງຂະບວນລົດໄຟຊົນເຜົ່າໄທຫຼື້, ນາງບໍ່ພຽງແຕ່ສາມາດຮ້ອງເພງແລະເຕັ້ນລໍາ, ແຕ່ຍັງນຳໃຊ້ພາສາຈີນ, ລາວ, ໄທ, ຊົນເຜົ່າໄທຫຼື້ ແລະ ອັງກິດສະໜອງການບໍລິການໃຫ້ແກ່ຜູ້ໂດຍສານ.

ສີຂຽວ. ຂະບວນລົດເລກຟູຊິນ ທີ່ເປັນພາກສ່ວນພາຍໃນຈີນຂອງເສັ້ນທາງລົດໄຟຈີນ-ລາວແມ່ນສີຂຽວ. ໃນຕອນກາງຄືນ, "ທ່ານຫມໍລົດໄຟ" ຈະດຳເນີນການກວດກາ ແລະ ບຳລຸງຮັກສາລົດໄຟ,ພວກເຂົາຮັກສາຄວາມປອດໄພຂອງການໂດຍສານຂອງຂະບວນລົດໄຟ.

ສີຟ້າ. ສີຟ້າແມ່ນເຄື່ອງແບບພະນັກງານທາງລົດໄຟຈີນ-ລາວ. ໃນໄລຍະບຸນກຸດຈີນ, ພະນັກງານໄດ້ປະຈຳການໃນຕູ້ລົດໄຟ, ຕ້ອນຮັບແລະສົ່ງຜູ້ໂດຍສານ, ສະຫນອງການບໍລິການແກ່ຜູ້ໂດຍສານ.