ທ່ານນາງ ວາງຊວາງ ໃຊ້ມື "ເຮັດຮູບຫົວໃຈ" ໃຫ້ກັບກຸ່ມ "ສາວແລ່ນລົມ" ໃນແຂວງຢຸນນານ

2022-02-17 17:42:52 |ມາຈາກ:

ວັນທີ 6 ກຸມພາຕາມເວລາທ້ອງຖິ່ນຂອງອິນເດຍ, ທີມຈີນເອົາຊະນະທີມສ.ເກົາຫຼີດ້ວຍຄະແນນ 3-2, ເຮັດໃຫ້ທີມຈີນຄວ້າແຊ້ມໃນການແຂ່ງຂັນກິລາບານເຕະຍິງອາຊີປີ 2022. ວັນທີ 20 ມັງກອນ, ໃນການແຂ່ງຂັນກຸ່ມຂອງການແຂ່ງຂັນກິລາບານເຕະຍິງອາຊີ,ນາງ ວາງຊວາງ ນັກກິລາບານເຕະຍິງໄດ້ໃຊ້ມືເຮັດທ່າທາງ "ຮູບຫົວໃຈ" ຫຼັງຈາກທີ່ເຕະບານເຂົ້າປະຕູ, ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນຕໍ່ກັບກຸ່ມ "ສາວແລ່ນລົມ" ໃນແຂວງຢຸນນານ.

"ສາວແລ່ນລົມ" ແມ່ນທີມບານເຕະຍິງຂອງໂຮງຮຽນປະຖົມຊີວາງ ເວີຍເຈີຊິງຫຼຽນ ເມືອງປົກຄອງຕົນເອງຊົນເຜົ່າຢີ ຊືຫຼີນ ແຂວງຢຸນນານ. ກ່ອນໜ້ານີ້, ເດັກຍິງເຫຼົ່ານີ້ ສາມາດຫຼິ້ນກິລາບານເຕະໄດ້ຢູ່ພຽງແຕ່ໃນສະໜາມຊີມັງເທົ່ານັ້ນ, ປີກາຍນີ້, ສະມາຄົມບານເຕະຈີນ ແລະ ຈືຟູເປົາ (Alipay) ໄດ້ກໍ່ສ້າງ "ສະໜາມກິລາບານເຕະຍິງຈີນ" ໃຫ້ກັບເດັກຍິງເຫຼົ່ານີ້, ຫວັງວ່າຈະໃຫ້ເດັກຍິງໄດ້ຍ່າງຕາມຄວາມຝັນຂອງເຂົາເຈົ້າຢ່າງກ້າຫານ.

ວັນທີ 1 ທັນວາປີ 2021, ທ່ານນາງ ວາງຊວາງ ໄດ້ມາທີ່ໂຮງຮຽນປະຖົມຊີວາງເວີຍເຈີຊິງຫຼຽນ ເມືອງປົກຄອງຕົນເອງຊົນເຜົ່າຢີ ຊືຫຼີນ ແຂວງຢຸນນານ. ພວກເດັກຍິງໄດ້ພາທ່ານນາງ ວາງຊວາງ ໄປເບິ່ງຫໍພັກແລະ ພານາງໄປຢ້ຽມຢາມໂຮງຮຽນ. ທ່ານນາງ ວາງຊວາງ ໃຫ້ສອນກິລາບານເຕະໃຫ້ພວກ"ສາວແລ່ນລົມ". ໃນຕອນທ້າຍຂອງການຝຶກອົບຮົມ, ທ່ານນາງ ວາງຊວາງ ໄດ້ສັນຍາກັບເດັກຍິງອີກວ່າ ໃນຄັ້ງຕໍ່ໄປທີ່ເອື້ອຍເຕະບານເຂົ້າປະຕູ, ເອື້ອຍຈະໃຊ້ມືເຮັດທ່າທາງ "ຮູບຫົວໃຈ" ສົ່ງໃຫ້ພວກເຈົ້າ.

ໃນມື້ນີ້, ການໃຊ້ມືເຮັດທ່າທາງ "ຮູບຫົວໃຈ" ຂອງນາງກໍໄດ້ສຳເລັດ, ແລະ ໄດ້ເຮັດໃຫ້ຫຼາຍຄົນໄດ້ຮູ້ວ່າມີກຸ່ມເດັກຍິງຊົນເຜົ່າຢີຢູ່ເຂດພູດອຍຂອງແຂວງຢຸນນານ,ພວກເຂົາຮັກກິລາບານເຕະ ແລະ ແລ່ນຕາມຄວາມຝັນຢ່າງກ້າຫານ.