ເສັ້ນທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານກວ່າ 700.000 ເທື່ອຄົນ ແລະ​ ຂົນສົ່ງສິນຄ້າກວ່າ 170.000 ໂຕນໃນໄລຍະບຸນກຸດຈີນ

2022-03-02 18:00:13 |ມາຈາກ:

ແຕ່ວັນທີ 17 ມັງກອນຫາວັນທີ 25 ກຸມພາ, ​ໃນຊ່ວງເວລາການຂົນສົ່ງໄລຍະບຸນກຸດຈີນ 40 ວັນ, ເສັ້ນທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານກວ່າ 700.000 ເທື່ອຄົນ, ໃນໄລຍະດຽວກັນ, ຈຳນວນຜູ້ໂດຍສານໃນພາກສ່ວນປະເທດລາວ ຂອງເສັ້ນທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 78,000 ເທື່ອຄົນ.



ພ້ອມດຽວກັນນັ້ນ, ສິນຄ້າທີ່ສົ່ງໂດຍຂະບວນລົດໄຟສາກົນເສັ້ນທາງລົດໄຟລາວ-ຈີນນັບມື້ນັບມີຄວາມຫຼາກຫຼາຍຫຼາຍຂຶ້ນ,ສິນຄ້ານັບຕັ້ງແຕ່ອາຫານ, ຝຸ່ນ, ຢາງພາລາຈົນຮອດສິນຄ້າເອເລັກໂຕຼນິກ, ອຸປະກອນສື່ສານ, ດອກໄມ້, ຜັກແລະອື່ນໆ. ໃນໄລຍະການຂົນສົ່ງຊ່ວງບຸນກຸດຈີນ, ເສັ້ນທາງລົດໄຟລາວ-ຈີນໄດ້ມີຂະບວນລົດໄຟຂົນສົ່ງສິນຄ້າທັງໝົດ 607 ຖ້ຽວ,ຂົນສົ່ງສິນຄ້າໄດ້ 170.000 ໂຕນ, ໃນນັ້ນ, ມີຂະບວນລົດໄຟຂົນສົ່ງສິນຄ້າສາກົນ 151 ຖ້ຽວ, ຂົນສົ່ງສິນຄ້າ 110.000 ກວ່າໂຕນ.

ປັດຈຸບັນ, ກົມທາງລົດໄຟໄດ້ອະນຸມັດ 17 ໂຄງການດ້ວຍລາຄາບູລິມະສິດໃນການຂົນສົ່ງສິນຄ້າຢູ່ແຕ່ລະສະຖານີລຽບຕາມເສັ້ນທາງລົດໄຟລາວ-ຈີນ, ເຊິ່ງສາມາດຫຼຸດລາຄາລົງກວ່າ 2 ລ້ານຢວນ, ຫຼຸດຜ່ອນຄ່າຂົນສົ່ງສິນຄ້າຕາມສາຍດັ່ງກ່າວຢ່າງມີປະສິດທິຜົນ. ສະຖານີເພື່ອຂົນສົ່ງສິນຄ້າຂອງເສັ້ນທາງລົດໄຟລາວ-ຈີນໄດ້ບັນລຸຮອດ 10 ແຫ່ງ.

ມາຈາກ ເວັບໄຊຊີນຮວາ
ນັກຂ່າວ ດິງຢີຊວນ