ຄົນລ້ຽງສັດຍົກຍ້າຍເຮືອນຕ້ອນຮັບປີໃໝ່ຂອງຊົນເຜົ່າທິເບດ

2022-03-03 15:49:02 |ມາຈາກ:

ໃນຂະນະທີ່ບຸນປີໃໝ່ຂອງຊົນເຜົ່າທິເບດ (ອີງຕາມປະຕິທິນຂອງຊົນເຜົ່າທິເບດ) ໃກ້ຈະມາເຖິງ, ຢູ່ທີ່ຈຸດສະຖານທີ່ຍົກຍ້າຍເຮືອນນິເວດທີ່ສູງຈາກລະດັບໜ້ານ້ຳທະເລຫລົງມ້າ ຢູ່ເມືອງລາຊາ ເຂດປົກຄອງຕົນເອງຊົນເຜົ່າຕິເບດປະເທດຈີນ,ຄົນລ້ຽງສັດທີ່ໄດ້ຍົກຍ້າຍເຮືອນ, ໄດ້ຊື້ສິນຄ້າ, ຮ້ອງເພງແລະເຕັ້ນລຳເພື່ອຕ້ອນຮັບປີໃໝ່.

ຈຸດສະຖານທີ່ຍົກຍ້າຍເຮືອນນິເວດທີ່ສູງຈາກລະດັບໜ້ານ້ຳທະເລຫລົງມ້າແມ່ນໂຄງການຍົກຍ້າຍເຮືອນນິເວດໃນເຂດທີ່ມີຄວາມສູງຫຼາຍຈາກລະດັບໜ້ານ້ຳທະເລແຫ່ງທຳອິດຂອງທິເບດ. ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນໃຫ້ດີຂຶ້ນ ແລະ ສະໜອງບ່ອນຢູ່ອາໄສໃຫ້ສັດປ່າຢູ່ເຂດສະຫງວນທໍາມະຊາດແຫ່ງຊາດຊ່ຽງທາງ,ໃນເດືອນມິຖຸນາປີ2018, ລັດຖະບານໄດ້ຈັດຕັ້ງໃຫ້ຄົນລ້ຽງສັດ ໜຶ່ງພັນກວ່າຄົນອອກຈາກບ້ານເກີດທີ່ຢູ່ເຂດທີ່່ມີລະດັບຄວາມສູງຈາກໜ້ານ້ຳທະເລສະເລ່ຍ 5.000 ແມັດ, ໃຫ້ຍ້າຍຖິ່ນຖານໄປສູ່ຈຸດສະຖານທີ່ຍົກຍ້າຍເຮືອນນິເວດທີ່ສູງຈາກລະດັບໜ້ານ້ຳທະເລຫຼົງມ້າ. ອາຄານສອງຊັ້ນທີ່ມີຝາສີຂາວ ແລະມຸງຫຼັງຄາສີແດງ 266 ຫຼັງໄດ້ກາຍເປັນເຮືອນໃຫມ່ຂອງພວກເຂົາ.

ມາຈາກ ເວັບໄຊຊີນຮວາ

ນັກຂ່າວ ເຈຍໂກ