ສະບາຍດີ,​ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ​

2022-03-03 15:52:31 |ມາຈາກ:

ໃນຂະນະທີ່ວັນເປີດງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງໃກ້ຈະມາເຖິງ, ທັດສະນີຍະພາບຕົວເມືອງປັກກິ່ງໄດ້ຫັນປ່ຽນຈາກງານກິລາໂອລິມປິກລະດູໜາວ ໄປເປັນ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ, ສະໜາມການແຂ່ງຂັນທີ່ຕັ້ງຢູ່ເຂດແຂ່ງຂັນປັກກິ່ງ,ຢານຊິງ,ຈ່າງເຈຍໂຄ ໄດ້ປ່ຽນສັດນໍາໂຊກ “ປີ່ງຕຸ່ນຕຸ່ນ” ເປັນສັດນຳໂຊກ “ເສຢົງຢົງ”, ເພື່ອລໍຖ້າການມາຮອດຂອງນັກກິລາໂອລິມປິກຄົນພິການລະດູໜາວ.

ເພື່ອເຮັດໃຫ້ຄົນພິການໄດ້ເຂົ້າຮ່ວມການແຂ່ງຂັນ, ເຮັດວຽກ ແລະ ຊົມເບິ່ງການແຂ່ງຂັນຢ່າງສະດວກໃນໄລຍະງານກິລາໂອລິມປິກຄົນພິການລະດູໜາວ, ສະໜາມແຂ່ງຂັນຂອງເຂດແຂ່ງຂັນປັກກິ່ງ,ຢານຊິງ,ຈ່າງເຈຍໂຄໄດ້ມີການເພີ່ມ ແລະ ປັບປຸງສິ່ງອຳນວຍຄວາມສະດວກທີ່ບໍ່ມີສິ່ງກີດຂວາງ, ວຽກງານຮັບປະກັນການບໍລິການໄດ້ທະຍອຍເຂົ້າສູ່ຕຳແໜ່ງຢ່າງຕໍ່ເນື່ອງ.

ມາຈາກ ເວັບໄຊຊີນຮວາ

ນັກຂ່າວ ຈ່າງເຊີງລີນ