ການເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນຂອງເສັ້ນທາງລົດໄຟລາວ-ຈີນ (ຈ່ຽງຈີງນະຄອນຈົງກິ່ງ-ວຽງຈັນປະເທດລາວ) ຄັ້ງທຳອິດ

2022-03-04 17:18:45 |ມາຈາກ:

ວັນທີ 2 ມີນາ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນຂອງເສັ້ນທາງລົດໄຟລາວ-ຈີນ (ຈ່ຽງຈີງແຂວງຈົງກິ່ງ-ວຽງຈັນປະເທດລາວ) ຂະບວນທຳອິດ ໄດ້ອອກເດີນທາງຢ່າງເປັນທາງການຢູ່ເມືອງຈ່ຽງຈີງນະຄອນຈົງກິ່ງ, ໄດ້ບັນທຸກຕູ້ຄອນເທນເນີທັງໝົດ 37 ຕູ້,ເຊິ່ງມີມູນຄ່າປະມານ 4 ລ້ານຢວນ, ​ໃນນັ້ນມີເຄື່ອງວັດຖຸເຊັ່ນທາດເຄມີ, ວັດຖຸກໍ່ສ້າງ, ເຄື່ອງກົນຈັກທົ່ວໄປ,ເຄື່ອງໃຊ້ໃນຊີວິດປະຈຳວັນ ແລະອື່ນໆ.

ໃນເມື່ອກ່ອນ, ສິນຄ້າທີ່ສົ່ງອອກຈາກນະຄອນຈົງກິ່ງມາ ນະຄອນຫຼວງວຽງຈັນ, ໄດ້ແຕ່ອີງໃສ່ເສັ້ນທາງຫຼວງເພື່ອຜ່ານດ່ານບໍ່ຫານແຂວງຢຸນນານໄປຫານະຄອນຫຼວງວຽງຈັນ ປະເທດລາວ, ແລະ ໃຊ້ເວລາເດີນທາງທັງຫມົດ 10 ມື້. ຄຽງຄູ່ກັບການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ, ​ເວລາການຂົນສົ່ງສິນຄ້າສົ່ງອອກຈາກເມືອງຈົງກິ່ງໄດ້ຫຼຸດລົງເຫຼືອປະມານ 5 ວັນ.

ມາຈາກ ເວັບໄຊຊີນຮວາ
ນັກຂ່າວ ທາງຢີ