ຜູ້ຍິງຄົນຂັບລົດເຄຣນຢູ່ສະຖານທີ່ກໍ່ສ້າງ

2022-03-10 18:13:33 |ມາຈາກ:

ຄົນຂັບລົດເຄຣນ (tower crane) ແມ່ນຜູ້ນຳໃຊ້ອຸປະກອນທີ່ຈໍາເປັນໃນສະຖານທີ່ກໍ່ສ້າງ. ໃນປີ 2013, ທ່ານນາງ ຈ່າງຊຽວເຢ ໄດ້ຮັບໃບອະນຸຍາດຄົນຂັບລົດເຄຣນ ແລະ ຮອດປະຈຸບັນນີ້ລາວມີ ປະສົບການໃນການເຮັດວຽກ 9 ປີ; ທ່ານນາງ ຈ່າງຫຼີຜິງ ໄດ້ມີສ່ວນຮ່ວມໃນວຽກງານການຂັບລົດເຄຣນນັບຕັ້ງແຕ່ປີ 2015. ພາຍຫຼັງຕື່ນນອນ 6 ໂມງໃນທຸກໆເຊົ້າ, ພວກເຂົາຕ້ອງປີນຂຶ້ນບ່ອນສູງເທິງອາກາດຫຼາຍສິບແມັດເຖິງຫຼາຍຮ້ອຍແມັດ, ໃນຫ້ອງຂັບທີ່ນ້ອຍກວ່າ 2 ຕາແມັດ, ເຂົາເຈົ້າໄດ້ໃຊ້ລົດເຄຣນຍົກເຄື່ອງຂະໜາດໃຫຍ່ເພື່ອເຄື່ອນຍ້າຍວັດສະດຸກໍ່ສ້າງໄປຫາສະຖານທີ່ທີ່ກຳນົດໄວ້. ​ເທິງອາກາດ, ເຂົາເຈົ້າໄດ້ສຳເລັດວຽກງານການຂົນສົ່ງເຄື່ອນຍ້າຍແຕ່ລະເທື່ອຢ່າງຊຳນານ, ​ເປັນສັກຂີພິຍານຂອງການພັດທະນາຕົວເມືອງ.

ມາຈາກ ເວັບໄຊຊີນຮວາ

ນັກຂ່າວ ອູຈີຈູນ