ຈັດພິທີໄວ້ອາໄລຜູ້ປະສົບເຄາະຮ້າຍ ຢູ່ບ່ອນເກີດເຫດເຮືອບິນ MU5735 ສາຍການບິນໄຊນາອິສເທີນຕົກໃນວັນທີ "3.21"

2022-03-30 18:05:35 |ມາຈາກ:

ຕອນບ່າຍຂອງວັນທີ 27 ມີນາ, ພິທີໄວ້ອາໄລຕໍ່ຜູ້ປະສົບເຄາະຮ້າຍໃນອຸບັດຕິເຫດເຮືອບິນໂດຍສານຖ້ຽວບິນ MU5735 ຂອງສາຍການບິນໄຊນາອິສເທີນຕົກໃນວັນທີ "3.21" ໄດ້ຈັດຂຶ້ນຢູ່ສະຖານທີ່ເກີດອຸບັດເຫດທີ່ກຳລັງປະຕິບັດການຄົ້ນຫາແລະກູ້ໄພ,ເພື່ອສະແດງຄວາມເສົ້າສະຫຼົດໃຈຕໍ່ຜູ້ປະສົບເຄາະຮ້າຍ. ອຳນາດການປົກຄອງທ້ອງຖິ່ນ ແລະ ຄະນະປະຕິບັດງານໄດ້ຊ່ວຍເຫຼືອຄອບຄົວຂອງຜູ້ເຄາະຮ້າຍ, ດຳເນີນການໄວ້ອາໄລໃນຮູບແບບຕ່າງໆຢູ່ສະຖານທີ່ຄົ້ນຫາແລະກູ້ໄພ, ພິທີຊາປະນະກິດສົບ ແລະ ອື່ນໆ.

ປະຈຸບັນ, ກອງບັນຊາການຈະສືບຕໍ່ພະຍາຍາມຈັດຕັ້ງແລະດຳເນີນການຊອກຄົ້ນຫາຊາກເຮືອບິນ,ຊາກສົບແລະເອກະສານຫຼັກຖານທາງດ້ານວັດຖຸຕ່າງໆ, ສືບຕໍ່ປະຕິບັດວຽກງານພາຍຫຼັງຕ່າງໆໃຫ້ເປັນຢ່າງດີ, ແລະ ພ້ອມກັບດຳເນີນການສືບສວນສາເຫດຂອງອຸບັດຕິເຫດ.

ມາຈາກ ເວັບໄຊຊີນຫວາ