ຜະລິດຕະພັນປະດິດສ້າງດ້ານວັດທະນະທຳໄດ້ລະບາຍສີສັນໃຫ້ແກ່ເຂດພູດອຍ

2022-03-30 18:17:59 |ມາຈາກ:

ຜະລິດຕະພັນປະດິດສ້າງດ້ານວັດທະນະທຳການລະບາຍສີ ຈາກບ້ານວາຊາງ ເມືອງຊີໂຈວ ກິ່ງແຂວງປົກຄອງຕົນເອງຊົນເຜົ່າມົ້ງຊົນເຜົ່າຈ້ວງເວິນຊານ ແຂວງຢຸນນານ ທີ່ມີເອກະລັກສະເພາະ ໄດ້ຮັບຄວາມນິຍົມຈາກຕະຫຼາດ. ໃນຊຸມປີມໍ່ໆມານີ້, ບັນດາຮ້ານຂາຍເຄື່ອງນ້ອຍໃນບ້ານໄດ້ຄ່ອຍໆພັດທະນາເປັນໂຮງງານປະດິດສ້າງວັດທະນະທຳເອກະລັກພິເສດ, ມີສິນຄ້າຫຼາຍກວ່າ 100 ຊະນິດ, ຜະລິດຕະພັນໄດ້ຮັບການຈຳໜ່າຍຢູ່ພາຍໃນແລະຕ່າງປະເທດ. ຮອດທ້າຍປີ2021, ທ້ອງຖິ່ນໄດ້ກໍ່ສ້າງສວນຂະແໜງການວັດທະນະທຳປະດິດສ້າງຊີຊົວທ່າງກູ ທີ່ມີຄວາມສາມາດຫຼາຍຢ່າງ ເຊັ່ນ ຕ້ອນຮັບແຂກນັກທ່ອງທ່ຽວ, ວາງສະແດງຜະລິດຕະພັນ,ການເຄື່ອນໄຫວການຜະລິດ, ກິດຈະກຳສຳຜັດກັບປະສົບການຕົວຈິງ ແລະອື່ນໆ,ເພື່ອຊ່ວຍໃຫ້ຊາວບ້ານມີວຽກເຮັດງານທຳແລະເພີ່ມລາຍຮັບຢູ່ບ້ານ.

ມາຈາກ ເວັບໄຊຊີນຫວາ