ລົດບໍ່ມີຄົນຂັບຊ່ວຍເຫຼືອການປ້ອງກັນແລະຄວບຄຸມການລະບາດຂອງພະຍາດ

2022-04-12 17:48:18 |ມາຈາກ:

ຫວ່າງມໍ່ໆມານີ້, ເຂດ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງພະຍາດ ໃນນະຄອນສາງຊາແຂວງຫູໜານທີ່ຕັ້ງຢູ່ພາກກາງຂອງຈີນ ໄດ້ນຳໃຊ້ລົດຂົນສົ່ງທີ່ບໍ່ມີຄົນຂັບຈຳນວນຫຼາຍ, ເພື່ອສົ່ງເຄື່ອງໃຊ້ປະຈຳວັນໃຫ້ປະຊາຊົນທີ່ຢູ່ເຂດການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ພະຍາດ.

ລົດທີ່ບໍ່ມີຄົນຂັບສາມາດກຳນົດເສັ້ນທາງໃນການສົ່ງເຄື່ອງ ແລະ ໃນສະພາບການທີ່ບໍ່ມີຄົນຂັບລົດຈະຂົນສົ່ງວັດຖຸເຄື່ອງໃຊ້ຈາກປະຕູເຂດຊຸມຊົນໄປເຖິງຈຸດສູນລວມຂອງເຂດຊຸມຊົນທີ່ກຳນົດໄວ້,ຈາກນັ້ນອາສາສະໝັກຈະສົ່ງເຄື່ອງໄປໃຫ້ຊາວບ້ານແຕ່ລະຄົນ. ວິທີນີ້ຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການລະບາດທີ່ເກີດຈາກການເຕົ້າໂຮມຂອງປະຊາຊົນ, ແລະຊ່ວຍແກ້ໄຂບັນຫາການແຈກຢາຍວັດຖຸສິ່ງຂອງແບບບໍ່ສຳຜັດກັນ.


ມາຈາກ ເວັບໄຊຊີນຫົວ