ຄົນເຈັບຊຸດທຳອິດໄດ້ເຂົ້າປິ່ນປົວຢູ່ໂຮງໝໍຝັງຊັງມິດຕະພາບຊຽງໄຮ້ຢຸນນານ

2022-04-15 17:48:03 |ມາຈາກ:

ເວລາ0-24:00ໂມງຂອງວັນທີ 14 ເມສາປີ 2022, ນະຄອນຊຽງໄຮ້ໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 3200 ກໍລະນີ, ຕິດເຊື້ອພະຍາດໂຄວິດ-19ແຕ່ບໍ່ມີອາການ 19.872 ກໍລະນີ,ປິ່ນປົວດີແລະອອກໂຮງໝໍ 549 ກໍລະນີ, ຍົກເລີກການສັງເກດການທາງການແພດ 8.071 ກໍລະນີ.

ວັນທີ 13 ​ເມສາ,​ໂຮງໝໍຝັງຊັງມິດຕະພາບຊຽງໄຮ້ຢຸນນານທີ່ຕັ້ງຢູ່ນະຄອນຊຽງໄຮ້ໄດ້ເປີດຂຶ້ນຢ່າງເປັນທາງການ. ມື້ດຽວກັນ, ທີມແພດທີ່ປະກອບດ້ວຍພະນັກງານແພດຈາກໂຮງໝໍ 16 ແຫ່ງຂອງແຂວງຢຸນນານໄດ້ເຂົ້າພັກຢູ່ໂຮງໝໍຝັງຊັງ. ປັດຈຸບັນ,ມີ ພະນັກງານແພດຈາກແຂວງຢຸນນານ 995 ຄົນໄດ້ໄປຮອດນະຄອນຊຽງໄຮ້ເພື່ອສະໜັບສະໜູນການຕໍ່ຕ້ານການແຜ່ລະບາດພະຍາດໂຄວິດ-19. ຮອດເວລາ 21:00 ໂມງຂອງວັນທີ 13 , ຄົນເຈັບຊຸດທີ 1 ຈຳນວນ 26ຄົນໄດ້ມາຮອດໂຮງໝໍຝັງຊັງ, ພະນັກງານແພດໄດ້ລົງທະບຽນໃຫ້ຄົນເຈັບແລ້ວຈຶ່ງໄດ້ນຳພວກເຂົ້າໄປໂຮງໝໍຝັງຊັງເພື່ອກວດກາແລະປິ່ນປົວ.

ມາຈາກ ໜັງສືພິມລາຍວັນແຂວງຢຸນນານ
ນັກຂ່າວ ເຊີນຊີນລົງ ຫວາງຊີນເໜິງ