ພະນັກງານຂົນສົ່ງດ່ວນຂອງບໍລິສັດຈິງຕົງເດີນທາງໄປຊຽງໄຮ້ ເພື່ອສະໜັບສະໜູນການຕໍ່ຕ້ານການແຜ່ລະບາດພະຍາດໂຄວິດ-19

2022-04-19 17:46:39 |ມາຈາກ:

ທ່ານ ໂລໝິງ ເປັນພະນັກງານຂົນສົ່ງດ່ວນຂອງບໍລິສັດຈິງຕົງໂລຈິສຕິກ. ຫວ່າງມໍ່ໆມານີ້, ທ່ານ ໂລໝິງ​ໄດ້ລົງທະບຽນໄປຊຽງໄຮ້ເພື່ອຊ່ວຍເຫຼືອຊຽງໄຮ້ໃນການຕໍ່ຕ້ານການແຜ່ລະບາດພະຍາດໂຄວິດ-19. ເມຍຂອງລາວທີ່ເປັນພະຍາບານກໍໄດ້ມາຊຽງໄຮ້ຕາມທີມແພດຊານຊີທີ່ມາຊ່ວຍເຫຼືອຊຽງໄຮ້.ໃນປັດຈຸບັນ, ພະນັກງານຂອງບໍລິສັດຈິງຕົງໂລຈິສຕິກຫຼາຍກວ່າ 3.000 ຄົນໄດ້ມາຮອດຊຽງໄຮ້. ອີງຕາມຂ່າວສານ, ໃນອະນາຄົດ ຍັງຈະມີພະນັກງານຂົນສົ່ງດ່ວນຂອງບໍລິສັດຈິງຕົງຈຳນວນຫຼາຍຈາກທົ່ວປະເທດຈີນທີ່ຈະເລັ່ງເດີນທາງໄປນະຄອນຊຽງໄຮ້ເພື່ອສະໜັບສະໜູນຊຽງໄຮ້,ແລະຮ່ວມການຕໍ່ຕ້ານການແຜ່ລະບາດພະຍາດໂຄວິດ-19.

ມາຈາກ ເວັບໄຊຊີນຫວາ

ນັກຂ່າວ ເຊິນຈ້ຽນລີ້