ຊີວິດທີ່ມີສີສັນຂອງນາງ ເປີນຢາງ ຄົນເຕິງເລີນເຂດປົກຄອງຕົນເອງຊີຈ້າງ

2022-04-22 17:55:20 |ມາຈາກ:

ຄົນເຕິງເລີນແມ່ນກຸ່ມຊົນເຜົ່າທີ່ດຳລົງຊີວິດຢູ່ຊາຍແດນເຂດປົກຄອງຕົນເອງຊີຈ້າງຂອງຈີນ, ກຸ່ມຊົນເຜົ່ານີ້ມີປະຊາກອນຫນ້ອຍ,ຄົນເຕິງເລີນມີພາສາທີ່ເປັນເອກະລັກສະເພາະຂອງຕົນ,ວິຖີດຳລົງຊີວິດຂອງພວກເຂົາເຈົ້າລຽບງ່າຍ,ແລະມີຮີດຄອງປະເພນີຂອງຕົນໃນການໃຊ້ຊີວິດປະຈຳວັນແລະການນຸ່ງຖື. ເຄື່ອງຖັກສານຂອງຄົນເຕິງເລີນມີສີສັນ,ແລະມີສີຕົ້ນຕໍແມ່ນສີແດງແລະສີບົວ,ເນື່ອງຈາກບໍ່ມີຮູບແຕ້ມ,ຊ່າງຖັກແຕ່ລະຄົນຈະຖັກພຽງແຕ່ລວດລາຍທີ່ຢູ່ໃນໃຈຂອງຕົນຕາມຄວາມຊົງຈໍາ,ສະນັ້ນຜ້າແຕ່ລະຜືນຈຶ່ງເປັນເອກະລັກສະເພາະ.

ນາງ ເປີນຢາງ ມີອາຍຸ 72 ປີໃນປີນີ້, ນາງແມ່ນຜູ້ສືບທອດມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸລະດັບເຂດປົກຄອງຕົນເອງຊີຈ້າງ ໃນດ້ານທັກສະການຜະລິດເຄື່ອງນຸ່ງຂອງຄົນເຕິງເລີນ.ນາງ ເປີນຢາງ ໄດ້ຮຽນຮູ້ການຖັກຕັ້ງແຕ່ລາວເປັນໄວໜຸ່ມ.ຕາບໃດທີ່ຊາວໜຸ່ມແມ່ຍິງຄົນເຕິງເລີນຢາກຮຽນຮູ້, ນາງ ເປີນຢາງ ຈະພະຍາຍາມຢ່າງສຸດຄວາມສາມາດເພື່ອສອນເຂົາເຈົ້າ, ນາງເຊື່ອວ່າມີພຽງແຕ່ວິທີນີ້ເທົ່ານັ້ນທີ່ຈະສາມາດຖ່າຍທອດທັກສະໃຫ້ມີຢູ່ສືບຕໍ່ໄປ.

ມາຈາກ ເວັບໄຊຊີນຫວາ