ໂຄງການລົດໄຟລາວ-ຈີນ ຊ່ວຍໃຫ້ການຮຽນ-ການສອນຢູ່ບ້ານບວມອໍ້, ເມືອງຊຽງເງິນ ສະດວກສະບາຍກວ່າເກົ່າ

2022-05-30 20:27:06
ມາຈາກ:

ການຮຽນ-ການສອນຂອງໂຮງຮຽນປະຖົມສຶກສາຢູ່ບ້ານບວມອໍ້, ເມືອງຊຽງເງິນ, ແຂວງຫລວງພະບາງ ມີຄວາມສະດວກສະບາຍຫລາຍກວ່າເກົ່າ ພາຍຫລັງຍັບຍ້າຍມາຢູ່ບ່ອນໃຫມ່ຕາມທີ່ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈັດສັນໃຫ້.



ອາຈານ ບຸນຖັນ, ຜູ້ອໍານວຍການໂຮງຮຽນປະຖົມບ້ານ ບວມອໍ້ ໃຫ້ສໍາພາດວ່າ: ເນື່ອງຈາກໂຮງຮຽນປະຖົມບ້ານບວມອໍ້ຫລັງເກົ່າ ນອນຢູ່ໃນເຂດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເຮັດໃຫ້ທາງໂຄງການຕ້ອງຍົກຍ້າຍໂຮງຮຽນໄປຢູ່ບ່ອນໃຫມ່ພາຍໃນບ້ານດັ່ງກ່າວ ທີ່ຫ່າງກັນບໍ່ຮອດ 1 ກິໂລ ແມັດ ໂດຍໄດ້ສ້າງອາຄານໃຫມ່ໃຫ້ຈໍານວນ 2 ຫລັງ ປະ ກອບມີ 8 ຫ້ອງ, ພ້ອມຕິດຕັ້ງໂຕະ-ຕັ່ງ, ກະດານ, ລະບົບໄຟຟ້າ ແລະ ຫ້ອງນໍ້າຄົບຊຸດ, ຈາກນັ້ນໄດ້ເລີ່ມການຮຽນ -ການສອນຢູ່ໂຮງຮຽນຫລັງໃຫມ່ທັງຊັ້ນອະນຸບານ ແລະ ປະຖົມສຶກສາ ນັບແຕ່ເດືອນ ພະຈິກ ປີ 2021 ເປັນຕົ້ນມາ.

ອາຈານ ບຸນຖັນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ໂຮງຮຽນປະຖົມບ້ານບ້ວມອໍ້ ມີຄູສອນ ທັງຫມົດ 4 ຄົນ ແລະ ນັກຮຽນ 56 ຄົນ, ໃນນັ້ນ ນັກຮຽນອະນຸບານ 16 ຄົນ ແລະ ປະຖົມ 40 ຄົນ. ການຮຽນ- ການສອນຢູ່ໂຮງຮຽນຫລັງໃຫມ່ ມີຄວາມສະດວກສະບາຍຫລາຍ ຍ້ອນມີອາຄານທີ່ແຫນ້ນຫນາຖາວອນ, ໂຕະ-ຕັ່ງ ແລະ ອຸປະກອນການຮຽນທີ່ຄົບຊຸດ, ທັງມີຄວາມສະອາດງາມຕາ ເຊີ່ງແຕກຕ່າງກັນຫລາຍກັບໂຮງຮຽນຫລັງເກົ່າທີ່ຍັງຂາດສິ່ງອໍານວຍຄວາມສະ ດວກຫລາຍຢ່າງ ແລະ ເປັນອາຄານຮຽນທີ່ເກົ່າແກ່ຊຸດໂຊມມາຫລາຍປີ.

ສ່ວນ ອາຈານ ພິລາວັນ ສິມດາວົງ ໃຫ້ສໍາພາດວ່າ: ຫລັງຈາກຍ້າຍມາໂຮງຮຽນຫລັງໃຫມ່ ນັກຮຽນມີຄວາມກະຕືລື ລົ້ນຫລາຍໃນການມາໂຮງຮຽນ ແລະ ເຮັດໃຫ້ອັດຕາການຂາດຮຽນຂອງນັກຮຽນຫລຸດລົງ ຍ້ອນການຮຽນ-ການສອນສະດວກສະບາຍຫລາຍເມື່ອທຽບໃສ່ໂຮງຮຽນຫລັງເກົ່າ. ຢ່າງໃດກໍຕາມ, ປັດຈຸບັນ ສິ່ງທີ່ຍັງຕ້ອງການແມ່ນອຸປະກອນການຮຽນຂອງນັກຮຽນຫລາຍ ໂດຍສະເພາະປື້ມຂຽນ, ບິກ-ສໍ ແລະ ເຄື່ອງນຸ່ງ ເນື່ອງຈາກຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງບາງຄອບຄົວ.

Cr: ມົດແດງນ້ອຍ

ໂຄງການລົດໄຟລາວ-ຈີນ ຊ່ວຍໃຫ້ການຮຽນ-ການສອນຢູ່ບ້ານບວມອໍ້, ເມືອງຊຽງເງິນ ສະດວກສະບາຍກວ່າເກົ່າ