ສາຍແນນລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ | ການປ່ຽນແປງຫຼາຍດ້ານ ໃນ"ຊ່ອງທາງຄໍາ" ຂອງເສັ້ນທາງລົດໄຟລາວ-ຈີນ

2022-06-07 17:07:10
ມາຈາກ:

ວັນທີ 23 ພຶດສະພາ, ກຸ່ມສໍາພາດຂອງກິດຈະກໍາສໍາພາດການເຜີຍແຜ່ສາກົນທາງອິນເຕີເນັດ ໃນຫົວຂໍ້“ສາຍແນນລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ” ໄດ້ເດີນທາງໄປຢ້ຽມຢາມເມືອງຄຸນໝິງແລະສະຖານີທ່າບົກທ່ານາແລ້ງນະຄອນຫຼວງວຽງຈັນ,ໃນນັ້ນ,"ຊ່ອງທາງຄໍາ"ຂອງເສັ້ນທາງລົດໄຟລາວ-ຈີນ ທີ່ໄດ້ນຳເອົາການປ່ຽນແປງມາສູ່ເມືອງຄຸນໝິງນັ້ນ ໄດ້ເຮັດໃຫ້ສື່ມວນຊົນມີຄວາມປະທັບໃຈຢ່າງເລິກເຊິ່ງ.

ມາຮອດວັນທີ 22 ພຶດສະພາປີນີ້, ສູນສະຖານີຄຸນໝິງບໍລິສັດຕູ້ຄອນເທນເນີຮ່ວມກັບລົດໄຟຈີນຈຳກັດໄດ້ເປີດຂະບວນລົດໄຟຂົນສົ່ງສາກົນລະຫວ່າງປະເທດລາວຈີນມີ169ຂະບວນ3780ຕູ້,​ໃນນັ້ນມີນ້ຳໜັກສິນຄ້າທັງໝົດ 75.000 ​ໂຕນ, ມູນຄ່າປະມານ 3,33 ຕື້ຢວນ, ຂະບວນລົດໄຟຂົນສົ່ງສາກົນລະຫວ່າງປະເທດລາວຈີນໄດ້ມາເຖິງມີ 1.462 ຕູ້, ນ້ຳໜັກສິນຄ້າທັງໝົດ 43.300 ໂຕນ.

ທ່ານ ເຊິນຢານານ ຜູ້ອໍານວຍການຝ່າຍປະຕິບັດງານຂອງບໍລິສັດການຂົນສົ່ງສາກົນໄຮຫ້ານຈຳກັດໄດ້ແນະນໍາວ່າ,ພາຍໃຕ້ສະພາບການລະບາດຂອງພະຍາດໂຄວິດ, ການຂົນສົ່ງທາງລົດໄຟມີຄວາມຫມັ້ນຄົງຫຼາຍ, ຄຽງຄູ່ກັບຄຸນລັກສະນະທີ່ປະລິມານການຂົນສົ່ງຂະຫນາດໃຫຍ່ແລະຄ່າໃຊ້ຈ່າຍການຂົນສົ່ງຕ່ຳ, ການຂົນສົ່ງທາງລົດໄຟມີທ່າແຮງທີ່ຈະແຈ້ງ. ນັບຕັ້ງແຕ່ການເປີດເສັ້ນທາງລົດໄຟລາວ-ຈີນ, ບໍລິສັດໄດ້ຂົນສົ່ງສິນຄ້າສະເລ່ຍປະມານ 200 ຕູ້ຄອນເທນເນີຕໍ່ເດືອນ, ສິນຄ້າສົ່ງອອກປະກອບມີຜະລິດຕະພັນຕ່ຳແຜ່ນ, ການສື່ສານແລະສິນຄ້າເອເລັກໂຕຼນິກ, ເຄື່ອງໃຊ້ໃນຊີວິດປະຈຳວັນ, ຜັກ ແລະ ສິນຄ້າອີຄອມເມີຊຂ້າມແດນ. ສິນຄ້າຂາເຂົ້າປະກອບມີຢາງພາລາທຳມະຊາດ ແລະ ແຮ່ເຫຼັກ.


ບໍລິສັດຕ່ອງໂສ້ສະໜອງຊຽງເມຍຢຸນນານຈຳກັດໄດ້ສຳເລັດການດຳເນີນທຸລະກິດອີຄອມເມີຊຂ້າມແດນແຫ່ງທຳອິດຂອງແຂວງຢຸນນານໂດຍຜ່ານທາງລົດໄຟລາວ-ຈີນໃນເດືອນມີນາປີນີ້. ປະລິມານການສົ່ງອອກໃນປັດຈຸບັນແມ່ນ 30,000 ຫາ 50,000 ຫໍ່ຕໍ່ມື້. ຜ່ານທາງລົດໄຟລາວ-ຈີນ, ຕະຫຼາດໄທໄດ້ຮັບການຂະຫຍາຍຕົວຕື່ມອີກ. ໃນອະນາຄົດ, ບໍລິສັດຈະສືບຕໍ່ຂະຫຍາຍທຸລະກິດການຂົນສົ່ງທາງລົດໄຟລາວ-ຈີນ.

ມີພະນັກງານ130ຄົນຢູ່ສູນສະຖານີຄຸນໝິງບໍລິສັດຕູ້ຄອນເທນເນີຮ່ວມກັບລົດໄຟຈີນຈຳກັດ,ເຊິ່ງປົກກະຕິບັນຈຸ20,000ຕູ້ໃນແຕ່ລະມື້. ລົດໄຟຂົນສົ່ງສິນຄ້າອອກຈາກສູນສະຖານີຄຸນໝິງບໍລິສັດຕູ້ຄອນເທນເນີຮ່ວມກັບລົດໄຟຈີນຈຳກັດແລະມາຮອດສະຖານີວຽງຈັນໃຕ້ໃນມື້ຕໍ່ມາ, ​ໂດຍໃຊ້ເວລາບໍ່ເກີນ 27 ຊົ່ວໂມງເພື່ອເຊື່ອມຕໍ່ກັບດ່ານພາສີແລະກວດກາ. ຫວ່າງມໍ່ໆມານີ້,ຕູ້ຕ່ອງໂສ້ຄວາມເຢັນຍັງໄດ້ປະກົດຕົວຢູ່ຮ້ານຈຳໜ່າຍເພື່ອຮັບໃຊ້ຕ່ອງໂສ້ຄວາມເຢັນຂ້າມຊາຍແດນຂອງທາງລົດໄຟລາວ-ຈີນ.

ບໍລິສັດການຄ້າສາກົນໄຂຝົງຈຳກັດໄດ້ສ້າງຕັ້ງຂຶ້ນໃນວັນທີ 5 ມີນາ ປີ 2021, ການດໍາເນີນທຸລະກິດດ້ານການແຈ້ງພາສີເປັນສ່ວນໃຫຍ່. ນັບແຕ່ໄດ້ເປີດເສັ້ນທາງລົດໄຟລາວ-ຈີນໃນເດືອນທັນວາປີ2021, ບໍລິສັດໄດ້ຮັບເອກະສານການເກັບພາສີອາກອນຫຼາຍກວ່າ2,600 ສະບັບ.

ມາຮອດວັນທີ 10 ເມສານີ້, ເຂດປອດພາສີຮອບດ້ານຄຸນໝິງໄດ້ສົ່ງອອກສິນຄ້າດ້ວຍມູນຄ່າ808 ລ້ານຢວນຜ່ານຕົວແບບດ່ານພາສີປ່ຽນເປັນນຳໃຊ້ທາງລົດໄຟລາວ-ຈີນ,​ແລະໄດ້ນຳເຂົ້າສິນຄ້າປອດພາສີທີ່ອີງໃສ່ທາງລົດໄຟລາວ-ຈີນ 60 ລ້ານຢວນ. ຕໍ່ໄປ, ດ່ານພາສີຄຸນໝິງຈະສືບຕໍ່ສະໜັບສະໜູນການກໍ່ສ້າງສະຖານທີ່ກວດກາດ່ານພາສີຂອງຂະບວນລົດໄຟສາກົນຄຸນໝິງ, ສະໜັບສະໜູນການຊື້ຂາຍຕະຫຼາດ,ການຄ້າອີຄອມເມີຊຂ້າມຊາຍແດນ, ແລະຊັບພະຍາກອນ,ເວທີຕ່າງໆການເຊື່ອມຕໍ່ກັບທາງລົດໄຟຈີນ-ລາວ.

ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນຢຸນນານ

ນັກຂ່າວ ລົວຈີຢີ ວັງຮວນ ປີຢີເຊ້ ຢາງຊູນເມີຍ ຫຼິຈິງໂຊ

ສາຍແນນລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ | ການປ່ຽນແປງຫຼາຍດ້ານ ໃນ"ຊ່ອງທາງຄໍາ" ຂອງເສັ້ນທາງລົດໄຟລາວ-ຈີນ