ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|"ພວກເຮົາຈະກັບຄືນໄປປະເທດລາວເພື່ອຝຶກອົບຮົມ ບຸກຄະລາກອນຂອງທາງລົດໄຟຂອງລາວ"
ວັນທີ 22 ມີນາໃນປີນີ້, ນັກສຶກສາລາວຊຸດທຳອິດ 32 ຄົນໄດ້ໄປຮອດວິທະຍາໄລເຕັກນິກວິຊາຊີບລົດໄຟຄຸນໝິງ,ແລະເລີ່ມໄປຮຽນຢູ່ຈີນຂອງພວກເຮົາ. ນີ້ແມ່ນໂຄງການເນື້ອໃນໜຶ່ງຂອງ"ການຊ່ວຍເຫຼືອວິທະຍາໄລເຕັກນິກວິຊາຊີບລົດໄຟລາວ"ທີ່ອົງການຮ່ວມມືພັດທະນາສາກົນຈີນໄດ້ຮັບຮອງຢ່າງເປັນທາງການ,ເພື່ອແນໃສ່ຊ່ວຍລາວສ້າງຕັ້ງແລະສ້າງລະບົບການຝຶກອົບຮົມບຸກຄະລາກອນເຕັກນິກວິຊາຊີບລົດໄຟໃຊ້ເວລາ 7 ປີ.

ວັນທີ 24 ພຶດສະພາ, ກຸ່ມສຳພາດຂອງກິດຈະກໍາສໍາພາດການເຜີຍແຜ່ສາກົນທາງອິນເຕີເນັດ ໃນຫົວຂໍ້“ສາຍແນນລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ”ໂດຍມີຫ້ອງການຂໍ້ມູນອິນເຕີເນັດຄະນະພັກແຂວງຢຸນນານເປັນເຈົ້າພາບ, ເວັບໄຊປະຕູສູ່ຢຸນນານ(yunnangateway) ເວັບໄຊຫຼາຍພາສາຂອງກຸ່ມກິດຈະການໜັງສືພິມລາຍວັນຢຸນນານເປັນເຈົ້າການຈັດໄປສຳພາດຢູ່ວິທະຍາໄລເຕັກນິກວິຊາຊີບລົດໄຟຄຸນໝິງ,ນັກສຶກສາລາວຮຽນຍາກຢູ່ທີ່ນີ້, ຄູສອນຈີນກໍ່ຈິງຈັງ ແລະ ມີຄວາມຮັບຜິດຊອບ.
ນັກສຶກສາລາວກ່ອນມາຈີນ, ວິທະຍາໄລເຕັກນິກວິຊາຊີບລົດໄຟຄຸນໝິງໄດ້ຈ້າງຄະນະວິຊາການສອນພາສາຈີນສາກົນເພື່ອເລີ່ມເປີດການສອນພາສາຈີນທາງອອນລາຍໃນເດືອນພະຈິກປີ 2021. ພາຍຫຼັງນັກສຶກສາລາວມາຮຽນຢູ່ສປຈີນ, ວິທະຍາໄລໄດ້ສະໜອງນັກຮຽນຈີນທີ່ຮຽນຮ່ວມກັນ ແລະ ຄູສອນບໍລິຫານຊີວິດ 2 ຄົນທີ່ສາມາດເວົ້າພາສາລາວໄດ້ເພື່ອຊ່ວຍໃຫ້ເຂົາເຈົ້າເຊື່ອມໂຍງເຂົ້າກັບສະພາບແວດລ້ອມການຮຽນພາສາຈີນ. ຫຼັງຈາກເຮັດວຽກໜັກຫຼາຍເດືອນ, ເຂົາເຈົ້າມີທັກສະການແລກປ່ຽນພາສາຈີນທີ່ພື້ນຖານ,ແລະຈະໄດ້ຮັບການສອບເສັງຄວາມສາມາດພາສາຈີນ(HSK4) ໃນເດືອນສິງຫາປີນີ້.

ນາງ ລຸນນີ ສຸວັນນະລາດ ເປັນສາວຈາກແຂວງຄຳມ່ວນປະເທດລາວ,ນາງມີຄວາມຄິດເຫັນວ່າ, ການຮຽນຢູ່ຈີນໄດ້ປ່ຽນແປງຊະຕາກຳຂອງນາງ, “ອະນາຄົດຂອງຂ້ອຍຈະດີຂຶ້ນ, ໃນອະນາຄົດ, ຂ້ອຍຈະໄດ້ຮັບການເປັນຄູສອນເມື່ອກັບຄືນເມືອປະເທດລາວ,ດັ່ງນັ້ນຂ້ອຍຕ້ອງພະຍາຍາມຮຽນໃນປັດຈຸບັນໃຫ້ດີ, ເພື່ອວ່າຂ້ອຍຈະເຮັດວຽກການສອນທີ່ດີໃນອະນາຄົດ."ນາງ ຫຼີລີນເມີຍ ຈາກແຂວງຊຽງຂວາງປະເທດລາວ,ກ່າວວ່າ,"ຂ້ອຍມີຄວາມຕັ້ງໃຈທີ່ຈະຝຶກອົບຮົມບຸກຄະລາກອນທາງລົດໄຟໃຫ້ຫຼາຍຂຶ້ນໃຫ້ປະເທດລາວໃນອະນາຄົດ, ສະນັ້ນຂ້ອຍຕ້ອງພະຍາຍາມຮຽນ."
ໃນຫ້ອງຮຽນພາສາລາວ, ນາງ ຈິີນຢານີ ຄູສອນກຳລັງສອນໃຊ້ພາສາຈີນ,ແລະ ທ່ານ ມ້າໂຈວຢີ ຄູສອນແປພາສາລາວຖືຄອມພິວເຕີແທັບເລັດແລະການແປພາສາຈີນເປັນພາສາລາວ. ເຖິງວ່າເປັນວຽກງານໜັກກໍ່ຕາມ, ແຕ່ໃນສາຍຕາຂອງນາງ ຈິີນຢານີ ແລະ ທ່ານ ມ້າໂຈວຢີ, ເພື່ອນຮ່ວມຫ້ອງ 32 ຄົນໄດ້ຮັບຟັງຢ່າງເອົາໃຈໃສ່ໃນຫ້ອງຮຽນແລະຫຼັງເລີກຮຽນໄດ້ຮ່ຳຮຽນຢ່າງໜັກໜ່ວງ, ຄູສອນມີຄວາມພະຍາຍາມກ່ອນເຂົ້າຮຽນລ້ວນແຕ່ຄຸ້ມຄ່າ.
ນອກຈາກການຮຽນທິດສະດີແລ້ວ, ສິ່ງທີ່ໜ້າສົນໃຈທີ່ສຸດສຳລັບນັກສຶກສາລາວແມ່ນການສອນຢູ່ສະຖານທີ່. ໃນວິທະຍາໄລ, ບໍ່ພຽງແຕ່ມີລົດໄຟມີຄວາມໄວສູງຕົວຈິງເທົ່ານັ້ນ, ແຕ່ຍັງມີອຸປະກອນທີ່ສ້າງຂຶ້ນໃນອັດຕາສ່ວນ 1:1 ເຊັ່ນ ອຸໂມງທາງລົດໄຟ, ຂົວ, ສະຖານນີ ແລະ ອື່ນໆ, ນັກສຶກສາລາວຈະໄດ້ຮຽນຮູ້ 6 ຄວາມຮູ້ດ້ານວິຊາສະເພາະເຊັ່ນ: ສັນຍານລົດໄຟ, ຫົວຈັກ, ສະຫນອງພະລັງງານໄຟຟ້າແລະອື່ນໆ.

"ໂດຍຜ່ານການຝຶກອົບຮົມການຈໍາລອງຕົວຈິງ, ພວກເຂົາເຈົ້າສາມາດເຂົ້າໃຈໄດ້ດີກວ່າເຕັກໂນໂລຊີຫລ້າສຸດຂອງທາງລົດໄຟຂອງຈີນ, ແລະເຂົາເຈົ້າຍັງສາມາດນໍາເອົາຄວາມຮູ້ນີ້ກັບຄືນສູ່ປະເທດລາວໃນອະນາຄົດ." ທ່ານ ດ້ວນຢີໂປຜູ້ອໍານວຍການຫ້ອງການວິຊາການຂອງວິທະຍາໄລເຕັກນິກວິຊາຊີບລົດໄຟຄຸນໝິງ. ທ່ານໄດ້ແນະນຳວ່າ, ວິທະຍາໄລມີອຸປະກອນເຊັ່ນຫ້ອງການຝຶກອົບຮົມຕົວຈິງກວດກາແລະວັດແທກການສ້ອມແປງນຳໃຊ້ລົດໄຟ, ສະຖານທີ່ການຝຶກອົບຮົມຕົວຈິງການຄົມນາຄົມດ້ວຍຮາງ,ສະຖານທີ່ການຝຶກອົບຮົມຕົວຈິງສາທາລະນະເຕັກນິກລົດໄຟຄວາມໄວສູງແຂວງຢຸນນານແລະສະຖານທີ່ອື່ນໆ.
ວິທະຍາໄລເຕັກນິກວິຊາຊີບລົດໄຟຄຸນໝິງໄດ້ເປີດພິເສດຕົວແບບ"2+5"ຄື: ນັກສຶກສາລາວມາຝຶກອົບຮົບຢູ່ສປຈີນໃນ2ປີ ແລະ 5ປີຕໍ່ໜ້າວິທະຍາໄລຈະມອບຄູສອນໃຫ້ສປປລາວຕິດຕາມຊີ້ນໍາ,ເພື່ອການນໍາພາຊ່ວຍເຫຼືອວິທະຍາໄລເຕັກນິກວິຊາຊີບລົດໄຟລາວສ້າງລະບົບເຊັ່ນລະບົບການສຶກສາວິຊາຊີບທາງລົດໄຟລາວ, ລະບົບຫຼັກສູດ, ລະບົບປຶ້ມແບບຮຽນ, ລະບົບການຄຸ້ມຄອງການສອນພາກທິດສະດີແລະພາກປະຕິບັດ.
ມື້ນີ້, ວິທະຍາໄລເຕັກນິກວິຊາຊີບລົດໄຟຄຸນໝິງໄດ້ເລີ່ມຈັດຝຶກອົບຮົມພາສາລາວໃຫ້ແກ່ຄູສອນຈີນ. "ຄູອາຈານຂອງພວກເຮົາຈະຮູ້ຈັກພາສາຈີນແລະພາສາລາວໃນອະນາຄົດ, ແລະຍັງມີຄຸນວຸດທິການສອນແລະໃບຢັ້ງຢືນເຕັກນິກວິຊາຊີບ."
ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນຢຸນນານ
ນັກຂ່າວ ຈູດົງລານ ເຢົາເຊິງເຊິງ ເຊີງຊວງເຢ ປີຢີເຊ້ ຫຼີເວນຈູນ