ສາຍແນນລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ|ວິສາຫະກິດຜະລິດຢາຊ້າຍລີນ: ຫວັງວ່າທາງລົດໄຟລາວ-ຈີນຈະເປີດຕະຫຼາດໃໝ່

2022-06-09 17:56:58
ມາຈາກ:

"ຄົນໄທໄດ້ໃຊ້ພລາດເຕີຢາບໍ່, ແລະໃນປະເທດໄທມີຢາພື້ນເມືອງຊົນເຜົ່າບໍ?"

"ຄຸນນະພາບຂອງພືດສະຫມຸນໄພທີ່ເປັນຢາພື້ນເມືອງຈີນໃນປະເທດລາວເປັນແນວໃດ?"

......

ຢູ່ເຂດໂຮງງານຂອງກຸ່ມບໍລິສັດເຕັກໂນໂລຊີຜະລິດຢາຊ້າຍລີນຈຳກັດ ຢູ່ຖະໜົນຕ້າຢິງເຂດຮົງທາ ເມືອງຢູ້ຊີ່, ທ່ານ ຢາງທຽນຊີ ຫົວໜ້າວິສະວະກອນຂອງບໍລິສັດດັ່ງກ່າວ ເມື່ອໄດ້ຮູ້ວ່ານັກຂ່າວຮູ້ສະພາບຂອງປະເທດໃນອາຊີຕາເວັນອອກສ່ຽງໃຕ້ເປັນຢ່າງດີ, ຈຶ່ງໄດ້ເລີ່ມສອບຖາມ. ທ່ານກ່າວວ່າ, ນີ້ກໍເພື່ອເຂົ້າໃຈສະພາບການເພື່ອໃຫ້ຢາພື້ນເມືອງຢູ້ຊີ່ສາມາດຂົນສົ່ງຜ່ານທາງລົດໄຟລາວ-ຈີນໄປໄທ, ລາວ​ແລະ​ປະເທດຕ່າງໆ.

ໃນໂຮງງານການຜະລິດອັດຕະໂນມັດ,"ຢາປິ່ນປົວການບາດເຈັບຂອງກະດູກເຫີງກູ໋" ແຕ່ລະຂວດໄດ້ນໍາໃຊ້ອຸປະກອນການຜະລິດອັດຕະໂນມັດຮອບດ້ານ ແລະ ອັດສະລິຍະເພື່ອຜະລິດຕາມຄໍາສັ່ງໃຫ້ສໍາເລັດທຸກໆວິນາທີ." ບໍລິສັດໄດ້ຮັກສາການຂະຫຍາຍຕົວຢ່າງໄວວາເຖິງວ່າຈະມີຜົນກະທົບຂອງການລະບາດຂອງພະຍາດ.

ໃນປີ 2021, ມູນຄ່າການຜະລິດຂອງພວກເຮົາບັນລຸ 588 ລ້ານຢວນ." ທ່ານ ຢາງທຽນຊີ ແນະນໍາວ່າ, ນອກຈາກການປັບປຸງ ແລະ ປ່ຽນອຸປະກອນໃຫມ່, ວິສາຫະກິດຜະລິດຢາຊ້າຍລີຍັງໄດ້ເພີ່ມທະວີຄວາມພະຍາຍາມໃນການຄົ້ນຄ້ວາແລະການພັດທະນາ. ໂດຍຜ່ານເວທີການຄົ້ນຄ້ວາທີ່ຕົນເອງໄດ້ສ້າງຂຶ້ນ ແລະ ການຮ່ວມມືກັບສະຖາບັນແລະໂຮງຮຽນທີ່ມີຊື່ສຽງພາຍໃນປະເທດຈີນ, ເພື່ອດໍາເນີນການຄົ້ນຄ້ວາຕໍ່ "ຢາປິ່ນປົວການບາດເຈັບຂອງກະດູກເຫິງກູ໋" ຢ່າງເລິກເຊິ່ງ, ແລະພ້ອມໆກັບການເລີ່ມຕົ້ນການຄົ້ນຄວ້າແລະການພັດທະນາຢາໃຫມ່ທີ່ກ່ຽວຂ້ອງກັບພະຍາດກະດູກ, ສະຫນອງການຂັບເຄື່ອນໃຫ້ແກ່ການຊຸກຍູ້ວິສາຫະກິດໃຫ້ພັດທະນາຢ່າງຕໍ່ເນື່ອງ.

"ມີພຽງແຕ່ພວກເຮົາເຮັດວຽກໃຫ້ໄດ້ດີ,ພວກເຮົາຈຶ່ງສາມາດຈັບເອົາໂອກາດໄດ້." ທ່ານ ຢາງທຽນຊີ ກ່າວວ່າ,ໃນໄລຍະການລະບາດຂອງພະຍາດໂຄວິດ-19, ຫຼາຍປະເທດໄດ້ຮຽນຮູ້ກ່ຽວກັບບົດບາດແລະປະສິດທິພາບຂອງຢາພື້ນເມືອງຈີນ, ວັດທະນະທໍາຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ແມ່ນຄ້າຍຄືກັນກັບວັດທະນະທໍາຈີນ. ມີແນວໂນ້ມທີ່ຈະຍອມຮັບຢາພື້ນເມືອງຂອງຈີນ. “ຂ້າພະເຈົ້າເຊື່ອໝັ້ນວ່າທາງລົດໄຟລາວ-ຈີນຈະເຮັດໃຫ້ເພື່ອນມິດອາຊີຕາເວັນອອກສ່ຽງໃຕ້ ໄດ້ຮູ້ຈັກກັບຢາພື້ນເມືອງຊົນເຜົ່າຂອງພວກເຮົາຫຼາຍຂຶ້ນ, ພວກເຮົາຍັງຄາດຫວັງວ່າ, ພືດສະຫມຸນໄພທີ່ເປັນຢາຄຸນນະພາບສູງຈາກລາວແລະປະເທດອື່ນໆ ຈະສາມາດຜ່ານທາງລົດໄຟລາວ-ຈີນນຳເຂົ້າມາໃນປະເທດຈີນ, ຊຶ່ງຈະນຳເອົາຜົນປະໂຫຍດມາໃຫ້ແກ່ອຸດສາຫະກໍາການແພດຂອງຈີນ."

ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນຢຸນນານ

ສາຍແນນລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ|ວິສາຫະກິດຜະລິດຢາຊ້າຍລີນ: ຫວັງວ່າທາງລົດໄຟລາວ-ຈີນຈະເປີດຕະຫຼາດໃໝ່