ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|ຢ້ຽມຢາມດ່ານຂົນສົ່ງສີນຄ້າສາກົນຢູ້ຊີ່- ເຂດຕາເວັນຕົກສ່ຽງໃຕ້ປະເທດຈີນ

2022-06-09 18:02:57
ມາຈາກ:

ວັນທີ 25 ພຶດສະພາ, ກຸ່ມສຳພາດຕອນພາຍໃນ ຂອງກິດຈະກໍາສໍາພາດການເຜີຍແຜ່ສາກົນທາງອິນເຕີເນັດໃນຫົວຂໍ້“ສາຍແນນລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ” ໂດຍມີຫ້ອງການຂໍ້ມູນອິນເຕີເນັດຄະນະພັກແຂວງຢຸນນານເປັນເຈົ້າພາບ, ເວັບໄຊປະຕູສູ່ຢຸນນານ(yunnangateway) ເວັບໄຊຫຼາຍພາສາຂອງກຸ່ມກິດຈະການໜັງສືພິມລາຍວັນຢຸນນານເປັນຜູ້ຮັບຈັດທຳ ໄດ້ເດີນທາງມາເຖິງເມືອງຢູ້ຊີ່, ໃນການໃຫ້ສຳພາດ ນັກຂ່າວໄດ້ຮູ້ວ່າ: ຕອນເມືອງຢູ້ຊີ່ຂອງເສັ້ນທາງລົດໄຟລາວ-ຈີນມີ 5 ສະຖານີທີ່ໄດ້ເປີດບໍລິການມາເປັນເວລາເກືອບເຄິ່ງປີແລ້ວ, ​ຊ່ອງທາງເສດຖະກິດ, ​ເສດຖະກິດໃນສະຖານີ ແລະ ເສດຖະກິດສ່ວນບຸກຄົນລ້ວນແຕ່ມີຊີວິດຊີວາ.


"Hello everyone! Welcome back to our channel." ໃນຕອນເຊົ້າຂອງວັນທີ 25 ພຶດສະພາ, ທ່ານ ວັງຈີງຈົງ ຜູ້ປະກາດຂ່າວພາສາອັງກິດຂອງເວັບໄຊປະຕູສູ່ຢຸນນານ ແລະ ທ່ານນາງ ເຊີນຈານ ຜູ້ປະກາດຂ່າວພາສາອັງກິດຂອງiChongqingໄດ້ເປີດຕົວການອອກອາກາດໃນຫຼາຍເວທີສື່ມວນຊົນທັງພາຍໃນແລະຕ່າງປະເທດ, ແລະ ທັງສອງຄົນໄດ້ພາທຸກຄົນໄປຢ້ຽມຢາມດ່ານຂົນສົ່ງສີນຄ້າສາກົນຢູ້ຊີ່- ເຂດຕາເວັນຕົກສ່ຽງໃຕ້ປະເທດຈີນ.

ໃນເວລາການຖ່າຍທອດສົດ,ທ່ານ ເຮີຢາເວ ຫົວໜ້າສະຖານີຢານເຫີໄດ້ແນະນຳວ່າ, ປະຈຸບັນປະລິມານການຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນມີຄວາມໝັ້ນທ່ຽງ. ໃນດ່ານສີນຄ້າສາກົນຢູ້ຊີ່ປະລິມານການຂົນຖ່າຍການຂົນສົ່ງສະເລ່ຍຕໍ່ມື້ສາມາດບັນລຸ 100 ຕູ້ລົດໄຟ, ແລະປະລິມານຕູ້ຄອນເທນເນີສະເລ່ຍຕໍ່ມື້ແມ່ນປະມານ 200 ຕູ້. ສິນຄ້າຈາກເເຂວງຈົງຊິງ, ກວາງຕຸ້ງ, ຈຽງຊູ, ຫູເປີຍ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດຈີນແມ່ນຂົນສົ່ງໄປຮອດລາວຜ່ານທາງລົດໄຟລາວ-ຈີນ.

ດ່ານຂົນສົ່ງສີນຄ້າສາກົນຢູ້ຊີ່ຕັ້ງຢູ່ຈຸດຕັດຮູບໂຕ “Y” ຂອງ ເສັ້ນທາງສາຍກາງ​ແລະ ສາຍຕາເວັນອອກຂອງຊ່ອງທາງລົດໄຟ Trans-Asian, ​ເຊິ່ງເປັນຈຸດສຳຄັນຂອງທາງລົດໄຟ Trans-Asian. "ໃນອະນາຄົດ, ດ່ານຂົນສົ່ງສີນຄ້າສາກົນຢູ້ຊີ່ຈະສ້າງການເຊື່ອມຕໍ່ກັບສູນຂົນສົ່ງສິນຄ້າອື່ນໆທີ່ເປັນຈຸດເຕົ້າໂຮມຕົວເມືອງຂອງແຂວງຢຸນນານພາກກາງ,ໃຫ້ກາຍເປັນເຂດຈຸດສຸມການຂົນສົ່ງສິນຄ້າແຫ່ງຊາດທີ່ໃຫ້ບໍລິການດ້ານການຜະລິດ,ເຂດຈຸດສຸມນີ້ຈະເຊື່ອມຕໍ່ເຂດເສດຖະກິດຊຽງຕູ-ຈົງຊິງ,​ເຂດເສດຖະກິດກວາງຕຸ້ງ-ຮົງກົງ-ມາກາວ ແລະເຂດພາຍໃນແມ່ນ້ຳຢາງຊີກຽງ,ແລະເຊື່ອມຕໍ່ກັບອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້.

ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນຢຸນນານ

ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|ຢ້ຽມຢາມດ່ານຂົນສົ່ງສີນຄ້າສາກົນຢູ້ຊີ່- ເຂດຕາເວັນຕົກສ່ຽງໃຕ້ປະເທດຈີນ