ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|ບໍລິສັດຊຽວມ້າໂກຈູ: ເຮັດທຸລະກິດໂດຍອາໄສທາງລົດໄຟລາວ-ຈີນ

2022-06-09 18:04:42
ມາຈາກ:

ບໍລິສັດເຕັກໂນໂລຊີ(ຢູ້ຊີ່)ຊຽວມ້າໂກຈູຈຳກັດ,ບໍລິສັດນີ້ສຸມກຳລັງແຮງເພື່ອຈະສະຫນອງແຜນການການແກ້ໄຂແບບອັດສະລິຍະໃຫ້ແກ່ລະບົບຕ່ອງໂສ້ການສະຫນອງແລະລະບົບຕ່ອງໂສ້ການຂົນສົ່ງ,ບໍລິສັດໄດ້ຢືມແຮງຊ່ວຍເຫຼືອຈາກທາງລົດໄຟລາວ-ຈີນເພື່ອການພັດທະນາທີ່ແຂງແຮງ.

ໃນຫົກເດືອນທີ່ຜ່ານມາ, ທຸລະກິດລົດພ່ວງແບບແບ່ງປັນ ທີ່ພວກເຂົາໄດ້ຄົ້ນຄ້ວາແລະພັດທະນາໄດ້ຮັບໃບຄຳສັ່ງຈອງຫຼາຍກວ່າ 200 ຄໍາສັ່ງ. "ການຂົນສົ່ງແບບອັດສະລິຍະ+ ການບໍລິການແບບຄົບວົງຈອນຂອງຕ່ອງໂສ້ຂະແໜງການຂົນສົ່ງ" ແມ່ນທຸລະກິດທີ່ ບໍລິສັດເຕັກໂນໂລຊີ(ຢູ້ຊີ່)ຊຽວມ້າໂກຈູຈຳກັດກໍາລັງກະກຽມເຮັດໂດຍອາໄສໂອກາດຈາກທາງລົດໄຟລາວ-ຈີນ. ໃນນັ້ນ, ຮູບແບບດັ່ງກ່າວນີ້ ຝ່າຍໜຶ່ງຈະເປັນຝ່າຍເຊື່ອມຕໍ່ກັບຜູ້ສະຫນອງເຊັ່ນ: ການຂາຍລົດ, ການຜະລິດລົດພ່ວງ, ການສະຫນອງນໍ້າມັນເຊື້ອໄຟ, ການປະກັນໄພ ແລະການເງິນ, ແລະ ອີກຝ່າຍແມ່ນເຊື່ອມຕໍ່ກັບບໍລິສັດຂົນສົ່ງແລະບໍລິສັດອື່ນໆ, ປະສົມປະສານກັບຊັບພະຍາກອນທຸກຝ່າຍເຊັ່ນ ຊັບພະຍາກອນດ້ານຄວາມສາມາດ,ຊັບພະຍາກອນລູກຄ້າ,ຊັບພະຍາກອນຂໍ້ມູນໂດຍຜ່ານແພລັດຟອມ (Platform) ການຂົນສົ່ງຂອງບໍລິສັດຊຽວມ້າໂກຈູ, ຊ່ວຍໃຫ້ວິສາຫະກິດການຂົນສົ່ງສາມາດບັນລຸການແບ່ງປັນການນຳໃຊ້ຮ່ວມກັນເຊັ່ນ: ຮ່ວມແບ່ງປັນການນຳໃຊ້ຊັບພະຍາກອນ,ຮ່ວມແບ່ງປັນຄວາມສາມາດການຂົນສົ່ງ, ຮ່ວມແບ່ງປັນການບໍລິການ,ຫຼຸດຜ່ອນຄ່າໃຊ້ຈ່າຍແລະເພີ່ມທະວີປະສິດທິພາບສໍາລັບວິສາຫະກິດ ໂດຍຜ່ານການເກັບກໍາແລະການສະຫນອງຂອງສູນກາງ.

ບໍລິສັດຊຽວມ້າໂກຈູແມ່ນ ກຸ່ມບໍລິສັດວິທະຍາສາດແລະນະວັດຕະກໍາ, ມີການຂົນສົ່ງເປັນໃຈກາງ, ຂະຫຍາຍໄປສູ່ຂົງເຂດການຄ້າ, ການເງິນ, ເຕັກໂນໂລຢີແລະການຜະລິດ. ກ່ອນທີ່ຈະເປີດເສັ້ນທາງລົດໄຟລາວ-ຈີນ, ເຂົາເຈົ້າໄດ້ມີເສັ້ນທາງການຂົນສົ່ງສິນຄ້າທາງບົກທີ່ຍາວນານແລະໝັ້ນທ່ຽງຈາກສີບສອງພັນນາເມືອງຢູ້ຊີ່ ເຊິ່ງມີການຂົນສົ່ງຫຼາຍກວ່າໜຶ່ງລ້ານໂຕນຕໍ່ປີ, ແລະໄດ້ສະສົມປະສົບການດ້ານການຂົນສົ່ງທາງບົກ.

ມາຮອດປະຈຸບັນ, ບໍລິສັດຊຽວມ້າໂກຈູຈະຫັນປ່ຽນທຸລະກິດການຂົນສົ່ງທາງບົກ 40% ປ່ຽນໄປສູ່ການຂົນສົ່ງທາງລົດໄຟຈາກສິບສອງພັນນາຫາເມືອງຢູ້ຊີ່. ທ່ານ ຫວງໝີງຢວນຮອງຜູ້ຈັດການທົ່ວໄປຂອງບໍລິສັດກ່າວວ່າ, ເຖິງວ່າຜົນກະທົບຂອງການລະບາດຂອງພະຍາດດັ່ງກ່າວຍັງບໍ່ຈະແຈ້ງ, ແຕ່ຍົກຕົວຢ່າງການນຳເຂົ້າແຮ່ເຫຼັກຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໂດຍຜ່ານແພລັດຟອມການຂົນສົ່ງຮ່ວມກັນຂອງທາງບົກແລະທາງລົດໄຟ ໄດ້ມີທ່າແຮງບາງຢ່າງໃນດ້ານປະສິດທິພາບແລະຄ່າໃຊ້ຈ່າຍ.

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ບໍລິສັດຍັງໄດ້ຂະຫຍາຍ ແຫຼ່ງສິນຄ້າຂ້າມຊາຍແດນຂອງລາວ 10%, ຄາດວ່າຈະລວມເຂົ້າກັບແພລັດຟອມການຂົນສົ່ງອັດສະລິຍະ, ເພີ່ມທະວີທ່າແຮງຂອງບໍລິສັດຊຽວມ້າໂກຈູໃນການເຊື່ອມໂຍງຊັບພະຍາກອນການຂົນສົ່ງ, ການຜະລິດທ້ອງຖິ່ນແລະອຸດສາຫະກໍາເປັນດິຈິຕອລ, ​ແລະຂະຫຍາຍທຸລະກິດຂອງບໍລິສັດຊຽວມ້າໂກຈູໄປຍັງປະເທດອາຊີຕາເວັນອອກສ່ຽງໃຕ້ຜ່ານທາງລົດໄຟລາວ-ຈີນ.

ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນຢຸນນານ

ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|ບໍລິສັດຊຽວມ້າໂກຈູ: ເຮັດທຸລະກິດໂດຍອາໄສທາງລົດໄຟລາວ-ຈີນ