ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|ບໍລິສັດອາຫານແຊ່ແຂງຫວາຈວາງ: ກະແລັມ"ຊຽວຫວາເຢົາ"ເຂົ້າສູ່ອາຊີຕາເວັນອອກສ່ຽງໃຕ້ຜ່ານຂະບວນລົດໄຟທາງລົດໄຟລາວ-ຈີນ

2022-06-09 18:06:15
ມາຈາກ:

ບໍລິສັດອາຫານແຊ່ແຂງຫວາຈວາງຢູ້ຊີ່ແຂວງຢຸນນານທີ່ສ້າງຕັ້ງຂຶ້ນໃນປີ 2007, ເປັນບໍລິສັດທີ່ມີຊື່ສຽງໃນພາກຕາເວັນຕົກສ່ຽງໃຕ້ຂອງຈີນ,ທຸລະກິດຂອງບໍລິສັດແມ່ນຄົ້ນຄ້ວາ,ຜະລິດແລະຂາຍກະແລັມ.

ຈາກການຜະລິດດ້ວຍມືໃນປີ 1993 ຈົນເຖິງການສ້າງຕັ້ງບໍລິສັດການຜະລິດຂະໜາດໃຫຍ່, ບໍລິສັດໄດ້ນຳໃຊ້ທ່າແຮງຊັບພະຍາກອນໝາກໄມ້ທີ່ອຸດົມສົມບູນຂອງແຂວງຢຸນນານຢ່າງຄົບຖ້ວນ, ສົມທົບກັບລັກສະນະຂອງຊົນເຜົ່າໃນທ້ອງຖິ່ນ, ພັດທະນາແລະປະດິດສ້າງໃຫມ່ຢ່າງບໍ່ຢຸດຢັ້ງ. ເຊິ່ງໄດ້ຄົ້ນຄ້ວາສິນຄ້າກະແລັມຫຼາຍກວ່າ 100 ແບບທີ່ເປັນຍີ່ຫໍ້ທີ່ມີເອກະລັກພິເສດຂອງຢຸນນານ.

ເນື່ອງຈາກຊື່ສຽງອັນດີຂອງຍີ່ຫໍ້ນີ້ໃນຊຸມປີທີ່ຜ່ານມາ, ຜະລິດຕະພັນຂອງບໍລິສັດບໍ່ພຽງແຕ່ຂາຍດີຢູ່ຈີນເທົ່ານັ້ນ, ແຕ່ຍັງໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກໃນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

ກ່ອນການແຜ່ລະບາດພະຍາດໂຄວິດ-19, ຜະລິດຕະພັນຂອງບໍລິສັດດັ່ງກ່າວໄດ້ຈຳໜ່າຍໄປຍັງຫວຽດນາມ, ມຽນມາ, ລາວ ແລະ ປະເທດອື່ນໆໂດຍຜ່ານຊ່ອງທາງການຄ້າຊາຍແດນ, ຍອດມູນຄ່າການຂາຍໃນຕະຫຼາດແຕ່ລະປີສາມາດບັນລຸ3 ລ້ານຫາ 5 ລ້ານຢວນ. ເນື່ອງຈາກຜົນກະທົບຂອງການລະບາດພະຍາດໂຄວິດ-19, ບໍລິສັດໄດ້ຄ່ອຍໆຍຸຕິການເຮັດທຸລະກິດໃນຕະຫຼາດຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

ການເປີດທາງລົດໄຟລາວ-ຈີນ, ທ່ານນາງ ເຝຊູຍຫວາ ປະທານບໍລິສັດອາຫານແຊ່ແຂງຫວາຈວາງຢູ້ຊີ່ແຂວງຢຸນນານໄດ້ມີຄວາມຫວັງໃໝ່ຕໍ່ຕະຫລາດອາຊີຕາເວັນອອກສ່ຽງໃຕ້. ທ່ານນາງ ເຝຊູຍຫວາ ກ່າວວ່າ: "ເມື່ອເປີດຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນທາງລົດໄຟລາວ-ຈີນ, ຂ້ອຍຢາກຈະນັ່ງລົດໄຟລາວ-ຈີນໄປລາວ, ໄທ, ຫວຽດນາມ ແລະປະເທດອື່ນໆເພື່ອຢ້ຽມຢາມກວດກາຢ່າງເລິກເຊິ່ງ, ພັດທະນາຕະຫຼາດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ຢ່າງຕັ້ງໜ້າ."

ໃນອະນາຄົດ 3-5 ປີ, ບໍລິສັດອາຫານແຊ່ແຂງຫວາຈວາງຢູ້ຊີ່ແຂວງຢຸນນານຈະສ້າງຕັ້ງໜ່ວຍງານຈັດຈຳໜ່າຍຕໍ່ພາຍນອກຮັບຜິດຊອບສະເພາະຕະຫຼາດຕ່າງປະເທດ, ໂດຍຜ່ານສາຍການຂົນສົ່ງທາງລົດໄຟ Trans-Asian, ໄດ້ຂະຫຍາຍຕາໜ່າງການຈຳໜ່າຍໄປຍັງໄທ, ກຳປູເຈຍ, ມາເລເຊຍ,ແລະ ປະເທດອື່ນໆ,ເພື່ອເພີ່ມສ່ວນແບ່ງຜະລິດຕະພັນຂອງບໍລິສັດໃນຕະຫຼາດສາກົນ.

ໃນຄວາມຝັນຂອງທ່ານນາງ ເຝຊູຍຫວາ , ມີຮູບພາບດັ່ງນີ້: ​ໃນອະນາຄົດ, ຄົນຈີນຈະຮູ້ສຶກສະໜິດສະໜົມຫຼາຍຂຶ້ນເມື່ອໄດ້ເຫັນກະແລັມ "ຊຽວຫວາເຢົາ" ຢູ່ບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້, ເພື່ອນມິດຕ່າງປະເທດກໍຈະຮູ້ສຶກຄຸ້ນເຄີຍຖ້າເຫັນກະແລັມ "ຊຽວຫວາເຢົາ" ເມື່ອເດີນທາງມາແຂວງຢຸນນານ.

ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນຢຸນນານ

ນັກຂ່າວ ຫຼີລີນ ວັງຮວນ ຊາວຢຸນໂປ ຢາງຊຸນເມືຍ ຈີຈ້ຽນເຝ ຫຼີເວີນຈູນ

ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|ບໍລິສັດອາຫານແຊ່ແຂງຫວາຈວາງ: ກະແລັມ"ຊຽວຫວາເຢົາ"ເຂົ້າສູ່ອາຊີຕາເວັນອອກສ່ຽງໃຕ້ຜ່ານຂະບວນລົດໄຟທາງລົດໄຟລາວ-ຈີນ