ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|ຫມາກມ່ວງສິນຄ້າເອກະລັກພິເສດຂອງຢວນຈຽງ, ຂາຍດີໃນປີນີ້

2022-06-10 17:47:06
ມາຈາກ:

ຫວ່າງມໍ່ໆມານີ້ ແມ່ນເວລາທີ່ໝາກມ່ວງຖາຍໜົງກຳລັງສຸກ, ​ນັ່ງລົດໄຟຂອງທາງລົດໄຟລາວ-ຈີນໄປຮອດເຂດຈັດເກັບຊື້ໝາກມ່ວງຢູ່ເຂດຊຸມຊົນຊຽວໂທວ ຖະໜົນຮົງເຫີ ເມືອງປົກຄອງຕົນເອງຊົນເຜົ່າຢີ ຊົນເຜົ່າຮານີຊົນເຜົ່າໄທຫຼື້ຢວນຈຽງ ເມືອງຢູ້ຊີ່. ໃນທຸກປີ ຊາວກະສິກອນທີ່ປູກຫມາກມ່ວງລ້ວນແຕ່ຄອງຄອຍການຂາຍໝາກມ່ວງໃນສອງສາມມື້ນີ້, ແຕ່ລະຄອບຄົວສາມາດບັນລຸການຂາຍໝາກມ່ວງແຕ່ຮ້ອຍກິໂລກຣາມຫາໂຕນ.

ທ່ານ ປາຍຢົງເຊີງ ຊາວບ້ານແນະນຳວ່າ ,“ໝາກມ່ວງຖາຍໜົງເປັນແນວພັນທີ່ສຸກໄວຢູ່ຢວນຈຽງ. ລາຄາສະເລ່ຍຂອງໝາກມ່ວງໃນປີນີ້ເພີ່ມຂຶ້ນ 2 ເທົ່າເມື່ອທຽບໃສ່ໄລຍະດຽວກັນກັບປີກາຍ, ລາຄາເກັບຊື້ແມ່ນ 9 ຢວນຕໍ່ກິໂລກຣາມ.”

ແລວທາງສາກົນລະຫວ່າງຄຸນໝິງຫາບາງກອກທີ່ຜ່ານແມ່ນ້ຳຢວນຈຽງ, ການເປີດທາງລົດໄຟລາວ-ຈີນເຮັດໃຫ້ຂະແໜງການໝາກມ່ວງຢວນຈຽງໄດ້ມີໂອກາດແລະມີຊີວິດຊີວາໃນການເພີ່ມມູນຄ່າ ແລະຂະຫຍາຍຕ່ອງໂສ້ອຸດສາຫະກຳ.

ເຂດສວນການຄ້າແລະການຂົນສົ່ງຜະລິດຕະພັນກະສິກໍາຮ່ອມພູຮົງເຫີທີ່ໃກ້ກັບສະຖານີຢວນຈຽງກຳລັງກໍ່ສ້າງ. ໂດຍເຫັນໄດ້ໂອກາດ ເຊັ່ນການຂົນສົ່ງ, ການເກັບສິນຄ້າ, ລະບົບຕ່ອງໂສ້ຄວາມເຢັນແລະອື່ນໆທີ່ທາງລົດໄຟລາວ-ຈີນນຳມາຮອດເມືອງຢວນຈຽງ, ບໍລິສັດພັດທະນາເຕັກໂນໂລຊີກະສິກຳໂກຢຽນເຊີຢຸນນານຈຳກັດໄດ້ເລີ່ມການຜະລິດຢູ່ເມືອງຢວນຈຽງໃນປີນີ້, ແລະສາມາດບັນລຸການປຸງແຕ່ງໝາກໄມ້ໄດ້ 20.000 ໂຕນຕໍ່ປີ.

ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|ຫມາກມ່ວງສິນຄ້າເອກະລັກພິເສດຂອງຢວນຈຽງ, ຂາຍດີໃນປີນີ້