ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|ຊານ້ຳສົ້ມ ສິນຄ້າເອກະລັກພິເສດຂອງຢວນຈຽງ,ຈະກໍ່ສ້າງໂຮງງານຢູ່ໄທ

2022-06-10 17:49:04
ມາຈາກ:

“ຊານ້ຳສົ້ມພູເອີ” ຄົ້ນຄວ້າແລະຜະລິດໂດຍບໍລິສັດຂະແໜງການຊາຄາງຝູຢຸນນານຈຳກັດ ທີ່ເປັນວິສາຫະກິດທ້ອງຖິ່ນຂອງເມືອງຢວນຈຽງ, ໃນເຄິ່ງຕົ້ນປີນີ້ສິນຄ້າດັ່ງກ່າວໄດ້ຂາຍຢູ່ປ້ຳນ້ຳມັນຫຼາຍກວ່າ 3000 ແຫ່ງທົ່ວແຂວງຢຸນນານ,ໃນນັ້ນ,ຈຳນວນຮ້ານທີ່ນັບມື້ນັບເພີ່ມຂຶ້ນແມ່ນມາຈາກເມືອງທີ່ຢູ່ລຽບຕາມທາງລົດໄຟລາວ-ຈີນ ເຊັ່ນເມືອງພູເອີ,ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທຫຼື້ສີບສອງພັນນາ.

ທ່ານ ລີຫຼີ້ຜິງ ປະທານບໍລິສັດນີ້ກ່າວວ່າ: ເມືອງຢວນຈຽງອຸນຫະພູມເຫມາະສົມ, ຜະລິດຕະພັນຊຸດຊານ້ຳສົ້ມທໍາມະຊາດຂອງບໍລິສັດ, ປະລິມານການສັ່ງຊື້ແຕ່ປີນີ້ມາເຖິງປະຈຸບັນໄດ້ເພີ່ມຂຶ້ນ32ເທົ່າເມື່ອທຽບປະລິມານການຂາຍໃສ່ປີກາຍ.

ທ່ານ ລີຫຼີ້ຜິງ ກ່າວວ່າ,"ຖ້າບໍ່ແມ່ນຍ້ອນຜົນກະທົບຂອງພະຍາດລະບາດ, ໂຮງງານຜະລິດຊານ້ຳສົ້ມຮ່າຍໃສ່ຂວດຂອງພວກເຮົາທີ່ວາງແຜນຈະເປີດຢູ່ ຈັງຫວັດສຸພັນບູຣີ ປະເທດໄທກໍ່ຄວນໄດ້ດໍາເນີນການ. ແນວໃດກໍ່ຕາມ, ທາງລົດໄຟລາວ-ຈີນ ເຮັດໃຫ້ຂ້ອຍມີຄວາມຫວັງອີກເທື່ອຫນຶ່ງວ່າຈະໄດ້ຟື້ນຟູແຜນການນີ້. ຂົນສົ່ງວັດຖຸດິບຮອດປະເທດໄທໂດຍຜ່ານທາງລົດໄຟລາວ-ຈີນ, ໂຮງງານທ້ອງຖິ່ນກໍຈະສາມາດປະຕິບັດການໄດ້ໃນປີນີ້. "ຜະລິດຕະພັນນີ້ບັນເທົາຄວາມເມື່ອຍລ້າ, ແລະຫຼັງຈາກການຄົ້ນຄວ້າສຳຫຼວດຕະຫຼາດຈຳນວນຫຼາຍໃນໄລຍະຕົ້ນ, ເມື່ອຕະຫຼາດພາຍໃນຈີນມີສະຖຽນລະພາບ,ພ້ອມດຽວກັນພວກເຮົາກໍຈໍາເປັນທີ່ຈະພັດທະນາຕະຫຼາດອາຊີຕາເວັນອອກສ່ຽງໃຕ້.

ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|ຊານ້ຳສົ້ມ ສິນຄ້າເອກະລັກພິເສດຂອງຢວນຈຽງ,ຈະກໍ່ສ້າງໂຮງງານຢູ່ໄທ