ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|ໝາກທັນຂຽວສິນຄ້າເອກະລັກພິເສດຂອງຢວນຈຽງ, ສ້າງບ້ານຕ້າທ້ານໃຫ້ມີລາຍຮັບອຸດົມສົມບູນ

2022-06-10 17:50:40
ມາຈາກ:

ບ້ານຕ້າທ້ານ ເມືອງປົກຄອງຕົນເອງຊົນເຜົ່າຢີຊົນເຜົ່າຮານີຊົນເຜົ່າໄທຫຼື້ຢວນຈຽງ ແມ່ນບ້ານທີ່ຊາວຊົນເຜົ່າໄທຫຼື້ດຳລົງຊີວິດຢູ່, ນັກທ່ອງທ່ຽວຈາກນະຄອນຄຸນໝິງມາຮອດບ້ານນີ້,ເພື່ອຊີມລົດຊາດອາຫານຂອງຊົນເຜົ່າໄທຫຼື້, ເບິ່ງຕົ້ນໄມ້ບູຮານ​ແລະ​ເກັບໝາກໄມ້ເຂດຮ້ອນ.

ໃນຊຸມປີມໍ່ໆມານີ້, ຊາວບ້ານ 50 ກວ່າຄອບຄົວຢູ່ບ້ານຕ້າທ້ານໄດ້ປູກຕົ້ນໝາກທັນຂຽວຢ່າງຕໍ່ເນື່ອງ, ພາຍໃຕ້ການນຳພາຂອງກິດຈະກຳການເຄື່ອນໄຫວ“ງານບຸນໝາກມ່ວງ” ແລະ “ທ່ອງທ່ຽວບ້ານຕ້າທ້ານໃນທ້າຍອາທິດ”ຢູ່ເມືອງຢວນຈຽງ, ຊາວບ້ານໄດ້ພັດທະນາການທ່ອງທ່ຽວຊົນນະບົດ.

ນາງ ຕ່າວຈີເຈີນ ຊາວສວນ, ລາວເວົ້າວ່າ,“ພວກເຮົາບໍ່ຕ້ອງກັງວົນກ່ຽວກັບການຂາຍຫມາກໄມ້ໃນປັດຈຸບັນ!ໃນລະຫວ່າງເດືອນຕຸລາຂອງທຸກປີ, ກ່ອນທີ່ໝາກທັນຂຽວຈະສຸກແລະເຂົ້າສູ່ຕະຫຼາດ, ຜູ້ຊື້ຫມາກໄມ້ໃນທົ່ວປະເທດຈະມາເກັບຊື້ຫມາກໄມ້ຢູ່ທາງເຂົ້າຂອງບ້ານເລີຍ.”ເມື່ອເວົ້າເຖິງຊີວິດໃນມື້ນີ້,ນາງ ຕ່າວຈີເຈີນ ແມ່ນເຕັມໄປດ້ວຍຄວາມພໍໃຈ.

ສອງສາມປີກ່ອນ, ນາງແລະສາມີຂອງນາງໄດ້ເອົາໝາກທັນຂຽວໄປຂາຍຢູ່ຕະຫຼາດຫມາກໄມ້ຂອງແຂວງເສສວນ, ແລະຍັງໄດ້ເຮັດທຸລະກິດເຄື່ອງນຸ່ງຫົ່ມໃນເມືອງຢວນຈຽງ. ໃນຊຸມປີມໍ່ໆມານີ້, ຊື່ສຽງຍີ່ຫໍ້ໝາກໄມ້ຈາກເມືອງຢວນຈຽງ ເຊັ່ນ ໝາກມ່ວງແລະໝາກທັນຂຽວຄ່ອຍໆມີຊື່ສຽງໄປໄກ, ຢູ່ແຕ່ໜ້າປະຕູເຮືອນ,​ເຂົາເຈົ້າກໍສາມາດປະກອບອາຊີບໃຫ້ຊີວິດຂອງຕົນມີຊີວິດຊີວາ.

ນາງ ຕ່າວຈີເຈີນ ເວົ້າວ່າ,"ຕອນເຊົ້າ, ພວກເຮົາໄປສວນໝາກໄມ້ເພື່ອເບິ່ງແຍງໝາກທັນຂຽວ, ຕອນບ່າຍ,ພວກເຮົາກະກຽມດຳເນີນທຸລະກິດໃນຕະຫລາດກາງຄືນ, ເດືອນໜ້າ,ໃນລະຫວ່າງ“ງານບຸນໝາກມ່ວງ”ຢວນຈຽງ, ຮ້ານອາຫານລົດຊາດຮານີຂອງພວກເຮົາກໍຈະເປີດນຳອີກ!"

ສະຖານີຢວນຈຽງຫ່າງຈາກບ້ານຕ້າທ້ານແມ່ນຂັບລົດປະມານເຄິ່ງຊົ່ວໂມງ. ໃນບໍ່ເທົ່າໃດເດືອນທີ່ຜ່ານມາ, ນາງ ຕ່າວຈີເຈີນ ແລະ​ຄອບຄົວຂອງລາວໄດ້ຂີ່ລົດໄຟຄວາມໄວສູງໄປສິບສອງພັນນາສອງຄັ້ງ. ນາງເວົ້າວ່າ, "ນີ້ແມ່ນການທ່ອງທ່ຽວທີ່ຢາກໄປກໍ່ໄປໂລດ." ໃນປັດຈຸບັນ, ຊີວິດຂອງຄອບຄົວນາງແມ່ນນັບມື້ນັບດີຂຶ້ນ.

ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນຢຸນນານ

ນັກຂ່າວ ວັງຫວນ ຊາວຢຸນໂປ ຫຼີລີນ ຈີຈ້ຽນເຝ ວັງຈິງຈົງ

ສາຍແນນລາວ-ຈີນເສັ້ນທາງແຫ່ງຄວາມສຸກ|ໝາກທັນຂຽວສິນຄ້າເອກະລັກພິເສດຂອງຢວນຈຽງ, ສ້າງບ້ານຕ້າທ້ານໃຫ້ມີລາຍຮັບອຸດົມສົມບູນ