ຈັດຕັ້ງປະຕິບັດແຜນການພັດທະນາບ້ານອ້ອມຂ້າງຂອງໂຮງງານທີ່ຕັ້ງຢູ່ລາວ ຂອງວິສາຫະກິດກະສິກໍາຈີນສາກົນ

2022-06-30 10:06:34
ມາຈາກ:

ເດືອນມິຖຸນາເປັນໄລຍະສຳຄັນຂອງການປູກເຂົ້າຢູ່ລາວ, ການໃສ່ຝຸ່ນກາລີມີຄວາມສໍາຄັນຫຼາຍ. ໂຮງງານທີ່ຕັ້ງຢູ່ລາວຂອງວິສາຫະກິດກະສິກໍາຈີນສາກົນ ຕັ້ງໜ້າຈັດຕັ້ງປະຕິບັດຈິດສໍານຶກການພັດທະນາທີ່ເຊື່ອມໂຍງເຂົ້າກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະໜອງການຊ່ວຍເຫຼືອດ້ານກະສິກໍາ ແລະ ການຊີ້ນໍາດ້ານການໃສ່ຝຸ່ນໃຫ້ແກ່ເຂດບ້ານໃກ້ຄຽງ, ເສີມຂະຫຍາຍເຕັກນິກໃສ່ຝຸ່ນຢ່າງວິທະຍາສາດ, ຊ່ວຍເຫຼືອຊາວບ້ານເພີ່ມທະວີປະລິມານການຜະລິດ. ພ້ອມກຽວກັນນັ້ນ, ຍັງໄດ້ມອບທຶນການຊ່ວຍເຫຼືອຈໍານວນ 174.434.000 ກີບ ເຊິ່ງໄດ້ຊ່ວຍຊາວບ້ານເຂດໃກ້ຄຽງຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ປັບປຸງຄຸນນະພາບຊີວິດດ້ວຍການປະຕິບັດຢ່າງເປັນຮູບປະທໍາ, ເຊິ່ງໄດ້ຮັບການຮັບຮອງ ແລະ ການຍ້ອງຍໍຈາກອຳນາດການປົກຄອງທ້ອງຖິ່ນ ແລະ ຊາວບ້ານ. ຕາງໜ້າການນຳແຂວງຄໍາມ່ວນເຂົ້າຮ່ວມມີ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຄໍາມ່ວນ, ນາຍບ້ານ ແລະ ຊາວບ້ານຂອງ 9 ບ້ານກໍໄດ້ເຂົ້າຮ່ວມໃນພິທີມອບຮັບຄັ້ງນີ້.

ຊາວບ້ານຜູ້ໜຶ່ງເວົ້າຢ່າງດີໃຈວ່າ “ຂອບໃຈຕໍ່ການຊ່ວຍເຫຼືອ ການຊີ້ນໍາ ແລະ ກອງທຶນການພັດທະນາຈາກວິສາຫະກິດຝຸ່ນກາລີກະສິກໍາຈີນສາກົນ, ຂ້າພະເຈົ້າເຊື່ອວ່າຜົນເກັບກ່ຽວຂອງປີນີ້ຕ້ອງຈະດີຫຼາຍ, ຊີວິດຂອງພວກເຮົາຈະນັບມື້ນັບດີຂຶ້ນ.”.

ຈາກ​ການ​ຈັດ​ຕັ້ງ​ຜູ້​ຊ່ຽວຊານ​ຊີ້​ນຳກ່ຽວກັບ​ກະສິກຳການ​ປູກຝັງ, ຈົນ​ເຖິງການຈັດ​ຊື້​ເຄື່ອງ​ຈັກ​ກະສິກຳ​ເພື່ອ​ຊ່ວຍ​ເຫຼືອ​ການເກັບກ່ຽວ​, ຈົນຮອດການບໍລິຈາກທຶນຮອນການພັດທະນາ... ວິສາຫະກິດກະສິກໍາຈີນສາກົນຕັ້ງໜ້າຈັດຕັ້ງ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ຕໍ່ສັງຄົມ, ເຊິ່ງໄດ້ດຳເນີນກິດຈະກໍາເພື່ອສັງຄົມຫຼາຍຢ່າງຢ່າງມີປະສິດທິ​ຜົນ​ ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ.

ປັດຈຸບັນນີ້, ວິສາຫະກິດກະສິກໍາຈີນສາກົນກໍາລັງວາງແຜນການທີ່ຈະສ້າງໂຄງການໂຮງງານປຸງແຕ່ງຝຸ່ນປະສົມຂະໜາດໃຫຍ່ຢູ່ແຂວງຄໍາມ່ວນ, ໂດຍອາໄສປະສົບການໂຄງການຝຸ່ນກາລີ ແລະ ຊັບພະຍາກອນຂອງຈີນ ມາຕື່ມຊ່ອງຫວ່າງຂອງຄວາມສາມາດການຜະລິດຝຸ່ນປະສົມຂອງລາວ, ເຊິ່ງໃນດ້ານໜຶ່ງຈະຕອບສະໜອງຄວາມຕ້ອງການ​ການປູກຝັງ​ກະສິກຳຂອງລາວ ເພີ່ມທະວີຄຸນນະພາບຂອງຜະລິດຕະພັນກະສິກໍາ, ໃນອີກດ້ານໜຶ່ງ ຍັງຈະສາມາດສົ່ງອອກສູ່ບັນດາ​ປະ​ເທດ​ອາ​ຊຽນ, ​ຫຼຸດຜ່ອນ​ການ​ຊົມ​ໃຊ້​ເງິນຕາ​ຕ່າງປະ​ເທດ​ຂອງ​ລາວ ​ແລະ ​ເພີ່ມ​ທະວີ​ຄັງສໍາຮອງ​ເງິນ​ຕາ​ຕ່າງປະ​ເທດ, ​ເພື່ອ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ກະສິກຳ​ ແລະ ເສດຖະກິດຂອງ​ລາວ ​ແລະ ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງລາວຈີນ.

ຈັດຕັ້ງປະຕິບັດແຜນການພັດທະນາບ້ານອ້ອມຂ້າງຂອງໂຮງງານທີ່ຕັ້ງຢູ່ລາວ ຂອງວິສາຫະກິດກະສິກໍາຈີນສາກົນ